ວິທະຍຸກະຈ່າຍສຽງຫວຽດນາມລາຍງານວ່າ: TikTok ແລະ ບໍລິສັດແມ່ ByDance ຖືວ່າ ຄຳສັ່ງຫ້າມ TikTok ບໍ່ໃຫ້ເຄື່ອນໄຫວໃນບັນດາໂປຼແກຼມ ແລະ ເຄືອຂ່າຍຕ່າງໆຢູ່ ອາເມຣິກາ ແມ່ນໄປຝືນກັບເນື້ອໃນປັບປຸງສະບັບທຳອິດຂອງ ລັດຖະທຳມະນູນ ສະຫະລັດອາເມຣິກາ.
ວັນທີ 7 ພຶດສະພາ, TikTok ແລະ ບໍລິສັດແມ່ ByDance (ມີສຳນັກງານຕັ້ງຢູ່ ຈີນ) ໄດ້ຮ້ອງຟ້ອງລັດຖະບານສະຫະລັດ ອາເມຣິກາ ກ່ຽວກັບຮ່າງກົດໝາຍທີ່ອາດຈະຫ້າມ TikTok ເຄື່ອນໄຫວຢູ່ ອາເມຣິກາ.
ໃນໃບຮ້ອງຟ້ອງ, TikTok ແລະ ບໍລິສັດແມ່ ByDance ຖືວ່າ ຄຳສັ່ງຫ້າມ TikTok ບໍ່ໃຫ້ເຄື່ອນໄຫວໃນບັນດາໂປຼແກາມ ແລະ ເຄືອຂ່າຍຕ່າງໆຢູ່ ອາເມລິກາ ແມ່ນໄປຝືນກັບເນື້ອໃນປັບປຸງສະບັບທຳອິດຂອງ ລັດຖະທຳມະນູນ ສະຫະລັດອາເມລິກາ. ByDance ກໍປະຕິເສດບັນດາຄຳກ່າວຫາທີ່ໄຮ້ເຫດຜົນ ໂດຍຖືວ່າ TikTok ກໍ່ຄວາມສ່ຽງຕໍ່ຄວາມໝັ້ນຄົງແຫ່ງຊາດ ອາເມຣິກາ.
ໃນເນື້ອໃນໃບຮ້ອງຟ້ອງ, ByDance ຖືວ່າ ສະພາແຫ່ງຊາດ ອາເມຣິກາ ບໍ່ໄດ້ຍົກຫຼັກຖານໃດທີ່ຊີ້ໃຫ້ເຫັນວ່າ TikTok ອາດຈະກໍ່ຄວາມສ່ຽງຕໍ່ຄວາມປອດໄພດ້ານຂໍ້ມູນຂ່າວສານ ກໍຄື ກະຈາຍຂໍ້ມູນອອກສູ່ຕ່າງປະເທດ. ໃບຮ້ອງຟ້ອງກໍໃຫ້ຮູ້ວ່າ ເລື່ອງຂາຍ TikTok ແມ່ນບໍ່ມີຄວາມສອດຄ່ອງດ້ານການຄ້າ, ເຕັກໂນໂລຢີ ຫຼື ນິຕິກຳ.
ປັດຈຸບັນ, ທຳນຽບຂາວ ຍັງບໍ່ທັນມີຄຳວິຈານໃດຕໍ່ກັບໃບຮ້ອງຟ້ອງຂອງ TikTok ແລະ ByDance ເທື່ອ.
TikTok ແລະ ບໍລິສັດແມ່ ByDance ຮ້ອງຟ້ອງລັດຖະບານ ສະຫະລັດອາເມຣິກາ
09 May 2024
ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ
ຂ່າວທີ່ກ່ຽວຂ້ອງ
13 Nov 2026
ນັກວິຊາການຊີ້ ພາວະໂລກຮ້ອນຊ້ຳເຕີມໄຟປ່າ ໃນອິນໂດເນເຊຍໃຫ້ຮຸນແຮງຂຶ້ນ ກະທົບອາຊຽນຈາກຄວັນພິດ
13 Nov 2026
ລະບົບ Microsoft ຂັດຂ້ອງຫຼາຍພາກພື້ນທົ່ວໂລກ ກະທົບເຖິງ ChatGPT ແລະ Anthropic
12 Nov 2026
ສະຫະລັດ ເລັ່ງຜະລິດຫຸ່ນຍົນຄ້າຍຄົນ ຄາດຈະເພີ່ມເຖິງ 1.5 ລ້ານໂຕ ພາຍໃນປີ 2035
12 Nov 2026