ການສົ່ງອອກຜະລິດຕະພັນກະສິກຳ – ເຄື່ອງປ່າ ຂອງຫວຽດນາມ ບັນລຸກວ່າ 19 ຕື້ໂດລາ

03 May 2024

ຄລິກແຊຣ໌ 0 Facebook WhatsApp

ວິທະຍຸກະຈ່າຍສຽງ ຫວຽດນາມລາຍງານວ່າ: ວັນທີ 1 ພຶດສະພານ, ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນ 4 ເດືອນຕົ້ນປີ 2024 ຍອດວົງເງິນສົ່ງອອກຜະລິດຕະພັນກະສິກຳ, ເຄື່ອງປ່າ ຂອງດົງ, ສິນໃນນ້ຳ ຄາດວ່າຈະບັນລຸກວ່າ 19 ຕື້ໂດລາສະຫະລັດ ເພີ່ມຂຶ້ນເກືອບ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

อาจเป็นรูปภาพของ 2 คน, แอปเปิ้ล และ ลำไย

ໃນນີ້, ຕະຫຼາດສົ່ງອອກໄປຍັງ ອາຊີ ໄດ້ເພີ່ມຂຶ້ນເກືອບ 20%, ທະວີບອາເມຣິກາ ເພີ່ມຂຶ້ນ 24,6%, ເອີຣົບ ເພີ່ມຂຶ້ນ 38,6%.

ສະຫະລັດອາເມຣິກາ, ສປ ຈີນ ແລະ ຍີ່ປຸ່ນ ແມ່ນ 3 ຕະຫຼາດໃຫຍ່ ສຸດທີ່ນຳເຂົ້າຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ສສ ຫວຽດນາມ.

อาจเป็นรูปภาพของ 3 คน และ ผลไม้

ດັ່ງນັ້ນ ເພື່ອສືບຕໍ່ຮັກສາທ່າເຕີບໂຕໃນການສົ່ງອອກ, ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດຫວຽດນາມ ໃຫ້ຮູ້ວ່າ: ຈະເປີດປະຕູບັນດາຕະຫຼາດໃໝ່, ມີກຳລັງບົ່ມຊ້ອນ ເຊັ່ນ: ບັນດາ ປະເທດອິດສະລາມ, ຕາເວັນອອກກາງ, ທະວີບອາຟຣິກາ. ທາງກະຊວງ ກໍໄດ້ສົມທົບກັບບັນດາກະຊວງ, ຂະແໜງການ, ວິສາຫະກິດຍາດແຍ່ງບັນດາໂອກາດ ຈາກບັນດາສົນທິສັນຍາການຄ້າເສລີທີ່ໄດ້ລົງນາມກັບບັນດາປະເທດ, ພ້ອມດຽວກັນນັ້ນ, ກໍໜູນຊ່ວຍການປົກປ້ອງຍີ່ຫໍ້, ຂໍ້ມູນທີ່ມາຂອງບັນດາຜະລິດຕະພັນສົ່ງອອກທີ່ມີກຳລັງບົ່ມຊ້ອນຂອງ ສສ ຫວຽດນາມ ຢູ່ຕ່າງປະເທດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ