ລາຄາຄຳ ປັບຂຶ້ນສ້າງສະຖິຕິໃໝ່ຕໍ່ເນື່ອງ

10 Apr 2024

ຄລິກແຊຣ໌ 0 Facebook WhatsApp

ລາຄາຄຳຕະຫຼາດໂລກປັບຂຶ້ນສ້າງສະຖະຕິໃໝ່ ສູ່ລະດັບ2.353ໂດລາສະຫະລັດຕໍ່ອອນ ທ່າມກາງຄວາມເຄັງຕຶງໃນຕາເວັນອອກາງ ແລະ ການຊື້ເກງກຳໄລ ເຊິ່ງເຮັດໃຫ້ລາຄາຄຳປັບຂຶ້ນເຖິງ12%ໃນປີນີ້.

ລາຄາຄຳປັບຂຶ້ນສູ່ລະດັບສູງສຸດຄັ້ງໃໝ່ໃນວັນທີ 8 ເມສາ ໂດຍໄດ້ແຮງໜູນຈາກການຊື້ເກງກຳໄລ ແລະ ຄວາມເຄັງຕຶງໃນຕາເວັນອອກກາງ ໂດຍລາຄາຄຳສະປອດ ເພີ່ມຂຶ້ນ0,3%ມາຢູ່ທີ່ 2.335,73ໂດລາສະຫະລັດຕໍ່ອອນ. ສ່ວນລາຄາຄຳຟິວເຈີ ເພີ່ມຂຶ້ນ0,4%ຢູ່ທີ່2.354,50ໂດລາສະຫະລັດຕໍ່ອອນ.

ທ່ານ ໄຄ ຣອດດ້າ ນັກວິເຄາະຕະຫຼາດການເງິນຂອງCapital.com ໄດ້ເຕືອນວ່າ ເຖິງຈະມີແຮງຊື້ທີ່ເພີ່ມຂຶ້ນໃນຕະຫຼາດຟິວເຈີ ແຕ່ກໍບໍ່ຄວນປະໝາດນັກລົງທຶນ ຄວນວິເຄາະປັດໄຈອື່ນເພີ່ມຕື່ມ.

“ຄວາມເຄັງຕຶງທາງພູມສາດການເມືອງໃນຕາເວັນອອກກາງ ອາດເປັນອີກແຮງຂັບເຄື່ອນລາຄາຄຳ”, ໄຄ ຣອດດ້າ ກ່າວ.

ລາຄາຄຳປັບຂຶ້ນເຖິງ 12%ໃນປີນີ້ ຈາກການຊື້ຢ່າງແຂງແຮງຂອງທະນາຄານກາງປະເທດຕ່າງໆ ແລະ ນັກລົງທຶນໃນຖານະສິນຊັບປອດໄພ ທ່າມກາງ ຄວາມສ່ຽງທາງພູມສາດກາງເມືອງໂລກ ທີ່ເພີ່ມສູງຂຶ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ