ໄລຍະນີ້ຟ້າຝົນລົມມັກມາໄວໄປໄວ ຊຶ່ງມາເທື່ອໃດກໍ່ສ້າງຜົນກະທົບຫຼວງຫຼາຍໃຫ້ພໍ່ແມ່ພີ່ນ້ອງໄດ້ທຸກໃຈ ຈຶ່ງຕ້ອງລະວັງໄວ້ແຕ່ຕົ້ນ ເພື່ອຫຼີກລຽງສິ່ງທີ່ສາມາດຫຼີກໄດ້ ເປັນຕົ້ນການໄປຢູ່ໃນບ່ອນສ່ຽງໄພ ໄລຍະ 8-11 ເມສານີ້.

ກົມອຸຕຸນິຍົມແລະອຸທົກກະສາດ ແຈ້ງເຕືອນໃຫ້ເຝົ້າລະວັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງ ເນື່ອງຈາກວ່າໃນໄລຍະວັນທີ 08 ຫາ 11 ເມສາ 2024 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບສອງກະແສລົມຕາເວັນຕົກ – ຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່. ຊຶ່ງຈະເຮັດໃຫ້ ອາກາດຮ້ອນ ຫາ ຮ້ອນເອົ້າ ຢູ່ໃນແຕ່ລະພາກ, ພ້ອມຈະມີໝອກແຫ້ງປົກຫຸ້ມໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະດັ່ງກ່າວ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຟ້າຜ່າ ແລະ ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ, ຊຶ່ງອາດຈະເຮັດໃຫ້ເຮືອນຊານເປ່ເພ, ຕົ້ນໄມ້ໃຫຍ່ ແລະ ປ້າຍໂຄສະນາ, ເສົາໄຟຟ້າ ຫັກລົ້ມ.