ທະນາຄານກາງຍີ່ປຸນ ປະກາດຂຶ້ນດອກເບ້ຍຄັ້ງທຳອິດໃນຮອບ17 ປີ ຈາກຍຸກດອກເບ້ຍຕິດລົບສູ່ດອກເບ້ຍ 0% ພ້ອມຍົກເລີກ ມາດຕະການຄວບຄຸມເສັ້ນອັດຕາຜົນຕອບແທນພັນທະບັດອັນເປັນການປິດສາກຍຸກຜ່ອນຄາຍທາງການເງິນເປັນພິເສດ ເຂົ້າສູ່ຍຸກນະໂຍບາຍປົກກະຕິ.

ໃນກອງປະຊຸມທະນາຄານກາງຍີ່ປຸ່ນ ຫຼື ບີໂອເຈ ( BOJ ) ປະກາດຂຶ້ນອັດຕາດອກເບ້ຍຕາມຄາດໝາຍ ຫຼັງສິ້ນສຸດການປະຊຸມຄະນະກຳມະການນະໂຍບາຍການເງິນໃນວັນທີ 18 – 19 ມີນາໂດຍທີ່ປະຊຸມ ມີມະຕິ 7 ຕໍ່ 2 ສຽງ ຍົກເລີກອັດຕາດອກເບ້ຍໄລຍະສັ້ນຕິດລົບ ຈາກ -0,1% ຂຶ້ນໄປສູ່ລະດັບ 0% ຫາ 0,1%.
ພ້ອມກັນນີ້, ຍັງຍົກເລີກມາດຕະການຄວບຄຸມເສັ້ນອັດຕາຜົນຕອບແທນພັນທະບັດ ຫຼື Yield Curve Control ( YCC ) ຫຼັງຈາກທີ່ໃຊ້ມາຕະຫຼອດ 8 ປີ.
ຢ່າງໃດກໍຕາມ ບີໂອເຈ ລະບຸວ່າ: ຍັງຈະສືບຕໍ່ຊື້ພັນທະບັດລັດຖະບານໃນລະດັບເດີມຕໍ່ໄປ ແຕ່ຈະຢຸດຕິການຊື້ກອງທຶນ ETFແລະ JREITs .
ການປັບນະໂຍບາຍການເງິນຄັ້ງນີ້ ເປັນການຂຶ້ນອັດຕາດອກເບ້ຍເປັນຄັ້ງທຳອິດໃນຮອບ 17 ປີຂອງຍີ່ປຸ່ນ ແລະ ຍົກເລີກນະໂຍບາຍອັດຕາດອກເບ້ຍຕິດລົບທີ່ໃຊ້ມາຢ່າງຍາວນານແຕ່ປີ 2016.