ຂ່າວສານຫວຽດນາມ ລາຍງານວ່າ: ອົງການຂໍ້ມູນຂ່າວສານພະລັງງານສະຫະລັດອາເມຣິກາ ( EIA ) ໃຫ້ຮູ້ວ່າ ປະລິມານນໍ້າມັນດິບຂອງສະຫະລັດອາເມຣິກາ ຈັດໃນແຖວໜ້າຂອງໂລກເປັນປີທີ 6 ຕິດຕໍ່ກັນ, ດ້ວຍປະລິມານສະເລ່ຍ ສູງສຸດ 12,9 ລ້ານບາເຣລຕໍ່ວັນ.
ເມື່ອເດືອນທັນວາ ປີ 2023 ປະລິມານນໍ້າມັນດິບຂອງສະຫະລັດບັນລຸລະດັບສູງສຸດ ຫຼາຍກວ່າ 13,3 ລ້ານບາເຣລ ຕໍ່ວັນ ບົນພື້ນຖານລາຍເດືອນ ເຊິ່ງສະຫະລັດອາເມຣິກາ ຜະລິດນໍ້າມັນດິບຫຼາຍກວ່າປະເທດອື່ນໆ ໃນໄລຍະ 6 ປີຕິດຕໍ່ກັນ.
ເມື່ອບໍ່ດົນມານີ້ ບັນດາອົງການສະມາຊິກປະເທດສົ່ງອອກນໍ້າມັນ ( ໂອເປັກ ) ແລະ ຄູ່ຮ່ວມມື ເຊິ່ງເອີ້ນວ່າ ໂອເປັກພລັສ ນໍາໂດຍ ອາຣັບບີ ຊາອຸດິດ ແລະ ຣັດເຊຍ ໄດ້ເຫັນດີ ສືບຕໍ່ປັບຫຼຸດການຜະລິດນໍ້າມັນແບບສະໝັກໃຈ ຈຳນວນ 2,2 ລ້ານບາເຣລຕໍ່ວັນ ໃນໄຕມາດສອງ ປີ 2024 ເພື່ອສະໜັບສະໜູນເພີ່ມບັນດາຕະຫຼາດທ່າມກາງຄວາມກັງວົນ ກ່ຽວກັບການເຕີບໂຕຂອງໂລກ ແລະ ຜົນຜະລິດທີ່ເພີ່ມຂຶ້ນຢູ່ນອກອົງການຈັດຕັ້ງນີ້.