ການເຈລະຈາຢຸດຍິງລະຫວ່າງຮາມາສ – ອິດສະຣາແອນ ຍັງບໍ່ບັນລຸ

13 Mar 2024

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 12 ມີນານີ້  ທ່ານມາເຈັດ ອັນ ອັນຊາຣີ ໂຄສົກກະຊວງການຕ່າງປະເທດກາຕາໄດ້ກ່າວຢືນຢັນໃນກອງປະຊຸມຖະແຫຼງຂ່າວປະຈຳຂອງກະຊວງຕົນວ່າ: ການເຈລະຈາຢຸດຍິງຢູ່ເຂດກາຊາຍັງພວມດຳເນີນຕໍ່ໄປຢູ່ ເຊິ່ງໃນຖານະເປັນໜຶ່ງໃນບັນດາຝ່າຍໄກ່ເກ່ຍ, ກາຕາຫວັງຢາກຊຸກຍູ້ໃຫ້ສອງຝ່າຍທີ່ປະທະກັນບັນລຸສັນຍາຢຸດຍິງໃນໄລຍະເດືອນຖືສິນອົດຫຼືບຸນຣາມາດັນ(Ramadan).

ຂະນະດຽວກັນ, ທ່ານຍັງກ່າວຢືນຢັນວ່າ: ບັນດາຝ່າຍຍັງບໍ່ທັນຫຍັບມໍ່ເຂົ້າໃກ້ກັບການບັນລຸສັນຍາເທື່ອ.

ທ່ານອັນຊາຣີຍັງກ່າວຕື່ມອີກວ່າ: ແລວມະນຸດສະທຳທາງທະເລຈາກປະເທດໄຊປັດ ຫາ ເຂດກາຊາ ບໍ່ສາມາດເຂົ້າແທນທີ່ແລວມະນຸດສະທຳທາງບົກໄດ້, ທ່ານຈຶ່ງຮຽກຮ້ອງໃຫ້ເປີດແລວມະນຸດທະສຳທາງບົກຢູ່ເຂດກາຊາຕື່ມອີກເພື່ອໃຫ້ການຊ່ວຍເຫຼືອດ້ານມະນຸດສະທຳສາມາດເຂົ້າເຖິງເຂດກາຊາໄດ້ຢ່າງບໍ່ຖືກຈຳກັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ