ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນແບບວົງແຄບ ຄັ້ງທີ30 (THE 30th ASEAN ECONOMIC MINISTERS’ RETREAT) ໄຂຂຶ້ນໃນວັນທີ 9 ມີນາ 2024 ທີ່ໂຮງແຮມພູແມນ ຫຼວງພະບາງ ໂດຍການເປັນປະທານຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ; ມີບັນດາລັດຖະມົນຕີເສດຖະກິດອາຊຽນ, ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີການຄ້າ ແລະ ອຸດສາຫະກໍາ ຕິມໍເລສເຕ, ບັນດາທ່ານຫົວໜ້າ ແລະ ຄະນະຜູ້ແທນຂອງປະເທດສະມາສາຊິກອາຊຽນ ເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຂ້າພະເຈົ້າມີຄວາມປິຕິຍິນດີ ແລະ ຖືເປັນກຽດຢ່າງສູງ ທີ່ໄດ້ຕ້ອນຮັບບັນດາທ່ານ ສູ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ, ແຫຼ່ງທ່ອງທ່ຽວທີ່ມີສະເໜ່ແຫ່ງໜຶ່ງ ຂອງ ສປປ ລາວ. ການມາພົບປະ ແລະ ເຂົ້າຮ່ວມປະຊຸມຂອງພວກເຮົາໃນມື້ນີ້ ສະແດງເຖິງ ຄວາມໝາຍໝັ້ນຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມອາຊຽນຮອດປີ 2025 ແລະ ການກໍານົດວິໄສທັດການສ້າງປະຊາຄົມອາຊຽນໃນປີ 2045.
ຂໍຖືໂອກາດນີ້ ສະແດງ ຄວາມຊົມເຊີຍຢ່າງສຸດໃຈຕໍ່ ປະເທດ ຕິມໍເລສເຕ ທີ່ໄດ້ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ຢ່າງເປັນທາງການ ໃນໂອກາດກອງປະຊຸມລັດຖະມົນຕີອົງການການຄ້າໂລກຄັ້ງທີ 13 ທີ່ ອາບູດາບີ ສະຫະລັດ ອາຣັບເອມິເລັດ. ພວກເຮົາຫວັງວ່າປະເທດ ຕິມໍເລສເຕ ຈະໄດ້ເຂົ້າຮ່ວມໃນຄອບຄົວອາຊຽນໃນໄວໆນີ້, ເຊິ່ງຈະເປັນການເພີ່ມທະວີ ຄວາມເຂັ້ມແຂງ ແລະ ຄວາມຈະເລີນຮຸ່ງເຮືອງ ໃຫ້ກັບພາກພື້ນຂອງພວກເຮົາ.

ປີນີ້ ສປປ ລາວ ມີຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮັບກຽດເປັນປະທານອາຊຽນ ເຊິິ່ງເປັນຊ່ວງເວລາທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະໃນເງື່ອນໄຂທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບສັບຊ້ອນ ເຊິ່ງຮຽກຮ້ອງໃຫ້ພວກເຮົາຕ້ອງເພີ່ມທະວີຄວາມສາມັກຄີເປັນໜຶ່ງດຽວ ແລະ ຮ່ວມມືກັນຢ່າງສະໜິດແໜ້ນ ເພື່ອຊອກຫາຫົນທາງ ແລະ ການກໍານົດວິທີການທີ່ຖືກຕ້ອງມາແກ້ໄຂບບັນດາສິ່ງທ້າທາຍເຫຼົ່ານັ້ນ ແລະ ພ້ອມກັນປະຕິບັດຄໍາຂວັນຂອງອາຊຽນສໍາລັບປີ 2024 ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ໃນອະນາຄົດ”.
ການປຶກສາຫາລືຂອງພວກເຮົາໃນມື້ນີ້ ແມ່ນສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຮ່ວມກັນຂອງພວກເຮົາທີ່ຈະຊຸກຍູ້ວາລະເສດຖະກິດຂອງອາຊຽນໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ພວກເຮົາຈະຮ່ວມກັນພິຈາລະນາຫົວຂໍ້ສໍາຄັນຕ່າງໆ ຂອງປີ 2024 ເປັນຕົ້ນ: ການພິຈາລະນາຮັບຮອງເອົາແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຮ່ວມມືກັບພາຍນອກ.

ດັ່ງນັ້ນເພື່ອຮັບປະກັນຜົນສໍາເລັດ ໃນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ຂ້າພະເຈົ້າຂໍຮຽກຮ້ອງມາຍັງບັນດາທ່ານ ເພື່ອໃຫ້ການສະໜັບສະໜູນ ແລະ ໃຫ້ການຮ່ວມມື ເຊິ່ງຈະນໍາເອົາຜົນປະໂຫຍດທີ່ເປັນຮູບປະທໍາ ມາໃຫ້ປະຊາຊົນອາຊຽນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນຂອງພວກເຮົາ.