ແຂວງໄຊສົມບູນ ໄດ້ຈັດກອງປະຊຸມວຽກງານແກ້ໄຂ ຄວາມທຸກຍາກ ໃນຕອນເຊົ້າວັນທີ 5 ມີນາ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ; ມີພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ພ້ອມດ້ວຍການນຳ ທັງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ພຸດ ອິນທະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງໄຊສົມບູນ ໃນນາມກອງເລຂາໄດ້ລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານການຈັດສັນພູມລຳເນົາ ແລະ ອາຊີບ, ແກ້ໄຂຄວາມທຸກຍາກ, ວຽກງານປະເມີນມາດຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຢູ່ແຂວງໄຊສົມບູນ ວ່າ: ວຽກງານຈັດສັນພູມລຳເນົາ ແລະ ອາຊີບ ຂັ້ນສູນກາງຄຸ້ມຄອງ ມີທັງໝົດ 4 ຈຸດຈັດສັນ ແລະ ມີ 1 ຈຸດສຸມ ຄື: ຈຸດຈັດສັນປາກຍອງ, ຈຸດຈັດສັນຍາມຈະເລີນ, ຈຸດຈັດສັນຊຽງຕັ້ນ ເມືອງທ່າໂທມ, ຈຸດຈັດສັນນໍ້າໂມ້ ເມືອງອະນຸວົງ ແລະ ຈຸດສຸມພັດທະນາຊົນນະບົດໃໝ່ ຄື: ຈຸດສຸມບ້ານອອມ ເມືອງອະນຸວົງ; ສຳລັບຂັ້ນແຂວງຄຸ້ມຄອງແມ່ນມີ 1 ຈຸດຄື: ຈຸດຈັດສັນເຂດປຸງທາ ເມືອງລ້ອງແຈ້ງ ໃນນີ້ ທົ່ວແຂວງ ຈຳນວນ 89 ບ້ານ, ມີ ພົນລະເມືອງ 89.000 ກວ່າຄົນ, ຍິງ 43.000 ກວ່າຄົນ, ມີ 15.000 ກວ່າຄອບຄົວ, ມີບ້ານພົ້ນທຸກ 68 ບ້ານ, ຄອບຄົວພົ້ນທຸກ 13.000 ກວ່າຄອບຄົວ, ມີຄອບຄົວພັດທະນາ 10.800 ກວ່າຄອບຄົວ.
ພ້ອມນີ້ ທາງຂະແໜງພັດທະນາຊົນະບົດຂັ້ນແຂວງ ກໍໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານ ຊຶ່ງໄດ້ກຳນົດຄາດໝາຍສູ້ຊົນແກ້ໄຂຄວາມທຸກຍາກຂອງປະຊາຊົນຢູ່ຂັ້ນບ້ານ ໂດຍຈັດລຽງບູລິມະສິດ ຂອງແຕ່ລະຄອບຄົວ ຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້.
ສຳລັບວຽກງານພັດທະນາຊົນນະບົດ ໄລຍະຕົ້ນສະໄໝຜ່ານມາ ກໍໄດ້ວາງຄາດໝາຍສູ້ຊົນ ທົ່ວແຂວງສ້າງຄອບຄົວພັດທະນາ ໃຫ້ໄດ້ 890 ຄອບຄົວ, ແຜນສ້າງບ້ານພັດທະນາ ໃຫ້ໄດ້ 8 ບ້ານ, ຄາດໝາຍການສ້າງບ້ານໃຫຍ່ໃຫ້ກາຍປັນຕົວເມືອງນ້ອຍໃນຊົນນະບົດ ແມ່ນເປົ້າໝາຍສ້າງ ແລະ ປະກາດບ້ານອ້ອມ ເມືອງອະນຸວົງ.
ໂດຍລວມແລ້ວ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ແມ່ນພາກສ່ວນທີ່ກ່ຽວຂ້ອງເປັນຜູ້ແກ້ໄຂໂດຍກົງ ຕາມພາລະບົດບາດຂອງຂະແໜງການຕົນ.
ຈາກນັ້ນ ບັນດາຜູ້ເຂົ້າຮ່ວມກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ ເພື່ອຊອກຫາວິທີການແກ້ໄຂວຽກງານໃນຕໍ່ໜ້າໃຫ້ດີຂຶ້ນ ແລະ ມີຜົນສຳເລັດຫຼາຍກວ່າເກົ່າ.
ໃນຕອນທ້າຍ ຍັງໄດ້ຮັບຟັງຄຳໂອ້ລົມຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເນື່ອງຈາກວ່າວຽກງານແກ້ໄຂ ຄວາມທຸກຍາກເປັນວຽກງານທີ່ສຳຄັນ ໂດຍຖືເອົາວຽກງານແກ້ໄຂ ຄວາມທຸກຍາກ ແມ່ນຄວາມຮັບຜິດຊອບຂອງຂະແໜງການ ວຽກງານທີ່ຕິດພັນກັບພາກສ່ວນໃດແມ່ນໃຫ້ພາກສ່ວນນັ້ນລົງແກ້ໄຂ ໂດຍແມ່ນພະແນກກະສິກຳ ແລະ ປ່າໄມ້ ເປັນໃຈການ ເພື່ອຊອກຫາວິທີແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ທີ່ສຳຄັນແມ່ນຕ້ອງຊຸກຍູ້ສົ່ງເສີມປະຊາຊົນໃນການປະກອບອາຊີບ ເປັນຕົ້ນ: ການປູກ, ການລ້ຽງ ແລະ ຜະລິດເປັນສິດຄ້າ ສ້າງລາຍຮັບເຂົ້າໃນຄອບຄົວ ເພື່ອໃຫ້ຄອບຄົວທຸກຍາກຫຼຸດລົງເລື້ອຍໆ.