ການເສີມສ້າງຄວາມອຸດົມຮັ່ງມີ

0
1109

ການເສີມສ້າງຄວາມອຸດົມຮັ່ງມີນັ້ນ ການລົງທຶນແມ່ນມີບົດບາດສໍາຄັນຫຼາຍ ທີ່ຈະເຮັດໃຫ້ເກີດຄວາມອຸດົມຮັ່ງມີໄດ້ໄວຍິ່ງຂຶ້ນ ໂດຍທົ່ວໄປການວາງແຜນການລົງທຶນ ໃຫ້ປະສົບຜົນສໍາເລັດນັ້ນ ແມ່ນມີຢູ່ 4 ຢ່າງ ທີ່ຈະຕ້ອງພິຈາລະນາ. ໃນອາທິດຜ່ານມາເຮົາໄດ້ນຳສະເໜີ ກ່ຽວກັບ 2 ຢ່າງທຳອິດແລ້ວ ແລະມາໃນອາທິດນີ້ເຮົາຈະມາສະເໜີກ່ຽວກັບຢ່າງທີ 3 ວ່າມີຄືແນວໃດ.

อาจเป็นรูปภาพของ ข้อความ

  1. ຕ້ອງຮູ້ຈັກຈັງຫວະການລົງທຶນ: ການຮັບຮູ້ ແລະ ເຂົ້າໃຈກ່ຽວກັບປັດໄຈຕ່າງໆ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ການເມືອງ, ສັງຄົມ, ຈິດຕະວິທະຍາມວນຊົນ ຫຼື ປັດໄຈອື່ນໆທີ່ມີຜົນກະທົບຕໍ່ທິດທາງການລົງທຶນຈະເຮັດໃຫ້ສາມາດກໍານົດກົນລະຍຸດການລົງທຶນໃນພາວະເສດຖະກິດທີ່ແຕກຕ່າງກັນ ລວມເຖິງສາມາດຍົກຍ້າຍເງິນລົງທຶນໄປຫາທາງເລືອກອື່ນໆ ທີ່ໃຫ້ຜົນຕອບແທນດີກວ່າໃນແຕ່ລະໄລຍະເວລາໄດ້ຢ່າງເໝາະສົມ. ເຊິ່ງສາມາດອອກເປັນ 4 ໄລຍະດັ່ງນີ້:
  2. อาจเป็นรูปภาพของ เงิน และ ข้อความพูดว่า "ECONOMY NEWS 2"

▶ ໄລຍະເສດຖະກິດຂະຫຍາຍຕົວ: ເປັນໄລຍະທີ່ເສດຖະກິດໂດຍທົ່ວໄປເລີ່ມດີຂຶ້ນ ລາຍໄດ້ຂອງປະຊາຊົນເລີ່ມເພີ່ມຂຶ້ນ ເຮັດໃຫ້ມີການໃຊ້ຈ່າຍຫຼາຍຂຶ້ນຄວາມຕ້ອງການສິນຄ້າເລີ່ມເພີ່ມຂຶ້ນ ເຮັດໃຫ້ມີການຈ້າງງານເພີ່ມຂຶ້ນ, ທິດທາງການລົງທຶນມີທ່າອ່ຽງດີຂຶ້ນ ເນື່ອງຈາກອັດຕາເງິນເຟີ້ຂ້ອນຂ້າງຕໍ່າ ແລະ ຕໍ່າ ກວ່າການຂະຫຍາຍຕົວຂອງ GDP, ການປ່ອຍສິນເຊື່ອຂອງບັນດາສະຖາບັນການເງິນໃນອັດຕາດອກເບ້ຍທີ່ຕໍ່າ ເພື່ອເປັນການກະຕຸ້ນການລົງທຶນຂອງຜູ້ຜະລິດ. ດັ່ງນັ້ນ, ການລົງທຶນທີ່ຈະໃຫ້ຜົນຕອບແທນທີ່ດີໃນໄລຍະເສດຖະກິດນີ້ແມ່ນລົງທຶນໃນ ຮຸ້ນສາມັນ ໂດຍສະເພາະແມ່ນກຸ່ມທະນາຄານທຸລະກິດທີ່ຂະຫຍາຍຕົວ ເພາະບັນດາບໍລິສັດຕ້ອງການເງິນທຶນຫຼາຍ.

▶ ໄລຍະເສດຖະກິດຮຸ່ງເຮືອງ: ເປັນໄລຍະທີ່ເສດຖະກິດມີການເຕີບໂຕສູງສຸດການລົງທຶນດຳເນີນໄປດ້ວຍດີ ແລະ ຂະຫຍາຍຕົວໄວ ຜູ້ຜະລິດມີຄວາມໝັ້ນໃຈໃນຜົນຕອບແທນ ເຮັດໃຫ້ມີການຈ້າງງານເຕັມທີ່, ເມື່ອການຈ້າງງານເພີ່ມຂຶ້ນ ປະຊາຊົນກໍມີລາຍໄດ້ເພີ່ມຂຶ້ນ ສາມາດໃຊ້ຈ່າຍສິນຄ້າ ແລະ ການບໍລິການ. ດ້ວຍສາເຫດນັ້ນ ລາຄາຂອງສິນຄ້າຈຶ່ງມີທ່າອ່ຽງປັບຕົວສູງຂຶ້ນ ເຊິ່ງອາດພາໃຫ້ເກີດພາວະເງິນເຟີ້ໃນລະດັບສູງ ແລະ ຈະສູງກວ່າອັດຕາການເຕີບໂຕ GDP. ດັ່ງນັ້ນ, ການລົງທຶນໃນ ຄຳ ຈຶ່ງມີຄວາມເໝາະສົມທີ່ສຸດ ເພາະລາຄາຄໍາຜູກຕິດກັບ ຫຼື ສູງ ກວ່າອັດຕາເງິນເຟີ້;

อาจเป็นรูปภาพของ ข้อความ

▶ ໄລຍະເສດຖະກິດຖົດຖອຍ: ເປັນໄລຍະທີ່ເສດຖະກິດສຸກງອມ ເນື່ອງຈາກຕະຫຼາດມີການແຂ່ງຂັນສູງ ແລະ ເລີ່ມຂາດແຄນວັດຖຸດິບໃນການຜະລິດ ເຮັດໃຫ້ມີການຍາດແຍ່ງກັນ ພາໃຫ້ຕົ້ນທຶນການຜະລິດສູງ ໃນຂະນະທີ່ເງິນເຟີ້ກໍຍັງສູງຢູ່ ເຮັດໃຫ້ຜົນຕອບແທນຕ່ຳ, ຜູ້ຜະລິດຈຶ່ງຫຼຸດການຈ້າງງານລົງ ລາຍໄດ້ຂອງປະຊາຊົນກໍຫຼຸດລົງໄປນໍາ ເຮັດໃຫ້ທ່າອ່ຽງໃນການຂະຫຍາຍຕົວຂອງເສດຖະກິດຕໍ່າ. ສະນັ້ນ, ຄວນເລືອກລົງທຶນໃນໄລຍະນີ້ ໂດຍເນັ້ນຖືກາສານໜີ້ ກໍຄືພັນທະບັດ ເພາະອັດຕາຜົນຕອບແທນທີ່ຄົງທີ່ທີ່ສະເໜີໃນຊ່ວງນີ້ ຈະຍັງສູງກວ່າ ເມື່ອທຽບກັບລະດັບອັດຕາດອກເບ້ຍທີ່ຈະປັບຕົວຫຼຸດລົງຕໍ່ໜ້າ;

อาจเป็นรูปภาพของ เงิน

▶ ໄລຍະເສດຖະກິດຕົກຕ່ຳ: ເປັນໄລຍະທີ່ອັດຕາການຂະຫຍາຍ ຕົວທາງທຸລະກິດຕໍ່າ ສືບເນື່ອງຈາກຜົນກະທົບໃນໄລຍະເສດຖະກິດຖົດຖອຍ. ຄວາມຕ້ອງການສິນຄ້າໂດຍລວມຫຼຸດລົງ ເຮັດໃຫ້ສິນຄ້າທີ່ຜະລິດຂຶ້ນບໍ່ສາມາດຂາຍໄດ້ເປັນສາເຫດໃຫ້ກໍາໄລຂອງທຸລະກິດຫຼຸດລົງ ເຊິ່ງນຳໄປສູ່ການຫວ່າງງານ ຍ້ອນການຫຼຸດກໍາລັງການຜະລິດເພື່ອຫຼຸດຜ່ອນຄວາມສ່ຽງໃນການຂາດທຶນ. ໃນພາກສ່ວນຂອງລັດຖະບານໂດຍສ່ວນໃຫຍ່ແລ້ວມີການນໍາໃຊ້ນະໂຍບາຍເງິນຕາ ດ້ວຍການຫຼຸດອັດຕາດອກເບ້ຍລົງ ເພື່ອກະຕຸ້ນໃຫ້ພາກທຸລະກິດມີການປັບຕົວ ແລະ ສາມາດເຂົ້າເຖິງແຫຼ່ງທຶນໄດ້. ດັ່ງນັ້ນ, ໃນໄລຍະນີ້ຄວນຫຼີກລ່ຽງການລົງທຶນ ໂດຍເນັ້ນ ຖືເປັນເງິນສົດຫຼາຍກວ່າ, ຫຼືອາດຈະແບ່ງສ່ວນມາລົງທຶນໂດຍການຖື ກາສານໜີ້ ໂດຍສະເພາະ ພັນທະບັດລັດຖະບານທີ່ມີຄວາມປອດໄພຫຼາຍທີ່ສຸດ, ຫຼື ລົງທຶນໃນຮຸ້ນຄຸນນະພາບເພາະ ໄລຍະນີ້ລາຄາຮຸ້ນເຫຼົ່ານີ້ຈະຕໍ່າ ແລະ ຈະຟື້ນຕົວໃນຊ່ວງເສດຖະກິດຖັດໄປ.

LEAVE A REPLY

Please enter your comment!
Please enter your name here