ຜົນຜະລິດພືດເປັນສິນຄ້າຂອງແຂວງເຊກອງ ບັນລຸກວ່າ 377.510 ໂຕນ

0
194

ປີ 2023 ແຂວງເຊກອງ ສາມາດປູກພືດເປັນສິນຄ້າ 30.485 ເຮັກຕາ ຜົນຜະລິດບັນລຸ 377.510 ໂຕນ ລື່ນແຜນທຽບ 60,58%, ເດັ່ນ ກວ່າໝູ່ແມ່ນມັນຕົ້ນໄດ້ 267.597 ໂຕນ, ຮອງແມ່ນກາເຟ, ຜັກກະລໍ່າປີ ແລະ ໝາກກ້ວຍ.


ທ່ານ ຄໍາພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ລາຍງານຕໍ່ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ວ່າ: ຂະແໜງກະສິກໍາ ແລະ ປ່າໄມ້ແຂວງ ໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຕາມແຜນຍຸດທະສາດ, ແຜນພັດທະນາວຽກງານກະສິກໍາ ແລະ ປ່າໄມ້ ກໍຄື 4 ແຜນງານ 13 ໂຄງການ ທີ່ກະຊວງກະສິກໍາ ແລະ ປ່າໄມ້ວາງອອກ.

ໃນປີ 2023 ສາມາດຜະລິດເຂົ້າເປືອກໄດ້ທັງໝົດ 45.457 ໂຕນ ເທົ່າກັບ 92,55% ຂອງແຜນປີ; ໃນນີ້ ເຂົ້ານາປີ 40.358 ໂຕນ ເທົ່າກັບ 93,95%, ເຂົ້ານາແຊງ 3.167 ໂຕນ ເທົ່າກັບ 92,14%; ເຂົ້າໄຮ່ 1.932 ໂຕນ ເທົ່າກັບ 71,01%, ພືດສະບຽງອາຫານ 44.364 ໂຕນ ເທົ່າກັບ 131,3% ຂອງແຜນການ.


ສ່ວນການຜະລິດເປັນສິນຄ້າ ມີເນື້ອທີ່ປູກພືດເປັນສິນຄ້າທັງໝົດ 30.485 ເຮັກຕາ ເນື້ອທີ່ເກັບກ່ຽວຕົວຈິງ 28.576 ເຮັກຕາ ຜົນຜະລິດລວມ 377.510 ໂຕນ ທຽບໃສ່ແຜນປະຕິບັດໄດ້ 160,58%. ໃນນີ້, ເນື້ອທີ່ປູກກາເຟ 10.907 ເຮັກຕາ ເນື້ອທີ່ໃຫ້ໝາກ 9.750 ເຮັກຕາ ເກັບກູ້ຜົນຜະລິດໄດ້ 41.324 ໂຕນ; ເນື້ອທີ່ປູກໝາກແໜ່ງ 561 ເຮັກຕາ ເກັບກູ້ຜົນຜະລິດ 662 ໂຕນ; ເນື້ອທີ່ປູກມັນຕົ້ນທາດແປ້ງ 13.820 ເຮັກຕາ ເກັບກູ້ຜົນຜະລິດໄດ້ 267.597 ໂຕນ; ເນື້ອທີ່ປູກສາລີ 141 ເຮັກຕາ ເກັບກູ້ຜົນຜະລິດໄດ້ 819 ໂຕນ; ເນື້ອທີ່ປູກກ້ວຍ 633 ເຮັກຕາ ເກັບກູ້ຜົນຜະລິດໄດ້ 10.676 ໂຕນ; ເນື້ອທີ່ປູກໂສມ 314 ເຮັກຕາ ເກັບກູ້ຜົນຜະລິດໄດ້ 650 ໂຕນ ແລະ ເນື້ອທີ່ປູກຜັກກະລໍ່າປີ 548 ເຮັກຕາ ເກັບກູ້ຜົນຜະລິດໄດ້ 31.634 ໂຕນ.
ພ້ອມນີ້, ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການລ້ຽງສັດແບບເປັນຟາມ ແລະ ນໍາໃຊ້ວິທະຍາສາດແບບໃໝ່ ເຊິ່ງປັດຈຸບັນມີຟາມລ້ຽງງົວ 3 ຟາມ, ລ້ຽງໝູ 4 ຟາມ, ລ້ຽງສັດປີກ 3 ຟາມ ແລະ ລ້ຽງປາ 7 ຟາມ.


ທ່ານ ຄໍາພັນ ພະສະແຫວງ ໃຫ້ຮູ້ຕື່ມວ່າ: ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກການນໍາແຂວງໄດ້ສຸມໃສ່ຫັນພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຈັດສັນເຕົ້າໂຮມບ້ານນ້ອຍເຂົ້າເປັນບ້ານໃຫຍ່, ຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ໃຫ້ປະຊາຊົນ. ຜ່ານການປະເມີນເບື້ອງຕົ້ນຕາມດໍາລັດ 348/ລບ ທົ່ວແຂວງມີບ້ານທຸກຍາກທັງໝົດ 152 ບ້ານ ກວມເອົາ 76,76%; ຄອບຄົວທຸກຍາກ 10.882 ຄອບຄົວ ກວມເອົາ 48,11% ຂອງຄອບຄົວທັງໝົດ. ສະເພາະໃນປີ 2023 ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນໄດ້ 5 ບ້ານ 300 ຄອບຄົວ.

ກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ໄດ້ຈັດຂຶ້ນໃນວັນທີ 29 ກຸມພາຜ່ານມາ ທີ່ສະໂມສອນສະພາປະຊາຊົນແຂວງ ໂດຍມີ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
[ ຂ່າວ – ຮູບ: ສັນຍາ ]

LEAVE A REPLY

Please enter your comment!
Please enter your name here