ສ້າງຄວາມຮູ້ໃຫ້ນັກກວດສອບບັນຊີ ດ້ານການວິເຄາະເອກະສານລາຍງານການເງິນ

06 Mar 2024

ຄລິກແຊຣ໌ 0 Facebook WhatsApp

ສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ໄດ້ຈັດຊຸດຝຶກອົບຮົມການວິເຄາະເອກະສານລາຍງານການເງິນໃຫ້ບັນດານັກບັນຊີຈາກບໍລິສັດຕ່າງໆ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃຫ້ພະນັກງານໃນຂະແໜງການບັນຊີ.

ຊຸດຝຶກອົບຮົມດັ່ງກ່າວ ຈັດຂຶ້ນໃນວັນທີ 3 ມີນາ 2024 ທີ່ສະຖາບັນການເງິນດົງຄໍາຊ້າງ ໂດຍການເປັນປະທານ ແລະ ບັນລະຍາຍຂອງ ທ່ານ ສອນໄຊ ສີລາເພັດ ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ; ເຂົ້າຮ່ວມມີຕາງໜ້າຈາກກົມຄຸ້ມຄອງການບັນຊີ ກະຊວງການເງິນ ແລະ ຈາກສະຖາບັນການເງິນ – ການບັນຊີ ເຂົ້າຮ່ວມ.

ການຈັດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມຮູ້ທາງດ້ານທິດສະດີ, ຄວາມສາມາດດ້ານວິຊາຊີບດ້ານວຽກງານບັນຊີ – ກວດສອບ ໃຫ້ກັບນັກຝຶກອົບຮົມທັງຜູ້ທີ່ເປັນສະມາຊິກ ສວ – ບກລ ແລະ ບຸກຄົນອື່ນໆ ໃຫ້ມີຄວາມຊຳນິຊຳນານເພີ່ມຂຶ້ນ ແລະ ເພື່ອເປັນການຕິດຕາມ ແລະ ເກັບກໍາຊົ່ວໂມງ CPD ໃຫ້ກັບສະມາຊິກຂອງ ສວ – ບກລ.


ທ່ານ ສອນໄຊ ສີລາເພັດ ກ່າວວ່າ: ການຈັດຝຶກອົບຮົມຄັ້ງນີ້ ຈັດເປັນ 2 ຮູບແບບ ຄື: ແບບເຊິ່ງໜ້າ ແລະ ອອນລາຍ ເຊິ່ງຈະດຳເນີນໄປເປັນເວລາ 1 ວັນ ກ່ຽວກັບຫົວຂໍ້: “ ການວິເຄາະເອກະສານລາຍງານການເງິນ ” ໂດຍລົງເລິກກ່ຽວກັບເນື້ອໃນສຳຄັນດັ່ງນີ້: ການທົບທວນເອກະສານລາຍງານການເງິນຕາມແບບວິທີການວິເຄາະ, ການວິເຄາະຕາມອັດຕາສ່ວນ ໂດຍຈະເນັ້ນໃສ່ການວິເຄາະອັດຕາສ່ວນສະພາບຄ່ອງ, ການວິເຄາະອັດຕາສ່ວນວັດແທກຄວາມສາມາດໃນການນຳໃຊ້ຊັບສິນ, ການວິເຄາະອັດຕາສ່ວນວັດແທກຄວາມສາມາດໃນການຊຳລະໜີ້, ການວິເຄາະອັດຕາສ່ວນຄວາມສາມາດໃນການສ້າງກຳໄລ ແລະ ການສະຫຼຸບ.

ການຝຶກອົບຮົມຄັ້ງນີ້ ໄດ້ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 147 ທ່ານ ( ຍິງ 90 ທ່ານ ); ໃນນັ້ນ ມີພະນັກງານວິຊາການມາຈາກກົມຄຸ້ມຄອງການບັນຊີ 5 ທ່ານ, ພະນັກງານວິຊາການມາຈາກ ສະຖາບັນການເງິນ – ການບັນຊີ 5 ທ່ານ, ສະມາຊິກສາມັນບຸກຄົນ ຂອງ ສວ – ບກລ 82 ທ່ານ, ສະມາຊິກສະໜັບສະໜູນ 7 ທ່ານ, ນັກຝຶກອົບຮົມ CPA 29 ທ່ານ ແລະ ບຸກຄົນທົ່ວໄປທີ່ເຂົ້າຮ່ວມນຳ 19 ທ່ານ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ