ໂຮງໝໍຊຸມຊົນເມືອງນ້ຳບາກ ຊີ້ແຈ້ງກໍລະນີເກີດລູກແລ້ວເສຍຊີວິດທັງແມ່ ແລະ ລູກ

05 Mar 2024

ຄລິກແຊຣ໌ 0 Facebook WhatsApp

ຈາກກໍລະນີຂ່າວທີ່ແຊລົງສື່ສັງຄົມອອນລາຍ ວ່າມີແມ່ໄປເກີດລູກຢູ່ໂຮງໝໍ ເມືອງແຫ່ງໜື່ງຂອງແຂວງຫຼວງພະບາງ ແລ້ວເສຍຊີວິດທັງແມ່ແລະລູກ ເລື່ອງນີ້ສັງຄົມແມ່ນຄ້າງຄາໃຈຢາກຮູ້ຄຳຕອບເກີດຫຍັງແທ້ ຄວາມຈີງແນວໃດ ຊຶ່ງມື້ນີ້ເຮົາມາເບິ່ງຄຳຕອບຂອງແພດໝໍທີ່ໄດ້ເບິ່ງແຍງແມ່ເປັນຄົນສຸດທ້າຍ, ສ່ວນລູກແມ່ນໄດ້ເສຍຊີວິດກ່ອນມາເຖິງໂຮງໝໍເມືອງນ້ຳບາດ.

ໃນວັນທີ 5 ມີນາ 2024 ດອ໋ກເຕີ ເນັ່ງຊົ່ງ ເຍ່ຍຕູ້ ອຳນວຍການໂຮງໝໍຊຸມຊົນເມືອງນ້ຳບາກ ແຂວງຫຼວງພະບາງ ພ້ອມດວ້ຍທີມງານ ໄດ້ລາຍງານໃຫ້ຮູ້ວ່າ ມີເຫັນການລົງຂ່າວຕາມສື່ສັງຄົມອອນລາຍ ໄລຍະ 2 ວັນຜ່ານມາ ວ່າມີຄົນມາເກີດລູກຢູ່ໂຮງໝໍຊຸມຊົນເມືອງນໍ້າບາກ ແລ້ວເສຍຊີວິດທັງແມ່ ແລະ ລູກ ມີການແຊຣ ແລະ ໃຊ້ຄຳເຫັນວິພາກ ວິຈານ ໂຮງໝໍໄປໃນທາງທີ່ບໍ່ດີຕ່າງຯນາປະການ.

May be an image of 16 people, flute and violin
ໂຮງໝໍເມືອງນໍ້າບາກ ແມ່ນເປັນໂຮງໝໍປາຍທາງ ທີ່ສົ່ງຄົນເຈັບດັ່ງກ່າວມາຫາ ຕາມການລາຍງານຂອງໂຮງໝໍຊຸມຊົນເມືອງງອຍ ໂຮງໝໍຕົ້ນທາງ ທີ່ຜູ້ກ່ຽວໄດ້ໄປເກີດລູກລາຍງານ ຜູ້ເສຍຊີວິດຊື່ນາງ ສົມໝາຍ ອາຍຸ 28 ປີ ອາໄສຢູ່ບ້ານເມືອງງອຍເກົ່າ ເມືອງງອຍ ແຂວງຫຼວງພະບາງ ຜູ້ກ່ຽວໄດ້ໄປຢູ່ວຽງຈັນນໍາຄອບຄົວ ໄດ້ຖືພາ ແລະ ຝາກທ້ອງ 13 ຄັ້ງ. ກ່ອນໜ້າ 2 ອາທິດໄດ້ກັບມາບ້ານ ເພື່ອເກີດລູກ ມາເຂົ້າໂຮງໝໍເມືອງງອຍ ເວລາ 9 ໂມງແລງ ຂອງວັນທີ 1 ມີນາ 2024 ຖືພາລູກຜູ້ທີ 2 ອາຍຸຖືພາ 41 ອາທິດ ມີອາການເຈັບທ້ອງປັ້ນ ກຽມເກີດລູກໄລຍະທີ 1 ເກີດລູກອອກມາ ເວລາ 8 ໂມງ 40 ນາທີ ຂອງວັນທີ 2 ມີນາ 2024 ເປັນເດັກເພດຊາຍ ມີສາຍແຮ່ກ້ຽວຄໍ 1 ຮອບ ເດັກເສຍຊີວິດຢູ່ໃນທ້ອງ ສ່ວນແມ່ເວລາເກີດລູກ ມີແຮ່ໂຄະອອກມາພ້ອມກັບເດັກ, ມີເລືອດເປັນກ້ອນປະລິມານຫຼາຍ ໃນຊ່ອງຄອດ ທາງທີມງານແພດກໍ່ໄດ້ເຊີດຊູຕາມຫຼັກການ ແລ້ວສົ່ງຕໍ່ຄົນເຈັບມາຫາໂຮງໝໍຊຸມຊົນເມືອງນ້ຳບາກ ເວລາ 9 ໂມງ 45 ນາທີຂອງວັນດຽວກັນ.

May be an image of 1 person, clothes iron and hospital

ມາຮອດໂຮງໝໍເມືອງນ້ຳບາກ ຄົນເຈັບມີລັກສະນະຈືດມ້ານ ຫາຍໃຈປາ ຄວາມດັນເລືອດເປັນສູນ, ກຳມະຈອນເປັນສູນ , ບໍ່ສະໜອງຕໍ່ການປາກເວົ້າ ທີມແພດໄດ້ກວດກາຕາມຫຼັກການ ເຫັນວ່າໄດ້ໃສ່ແຜ່ນເພີດມາ ມີເລືອດອອກມາເປັນຈຳນວນຫຼາຍ ໃສ່ເລືອດເພີ່ມລົງແຕ່ 10 ມິລີລິດ ຮອດເວລາ 10 ໂມງຜູ້ກ່ຽວເສຍຊີວິດ. ຕາມການປະເມີນຂອງແພດຄາດວ່າຜູ້ກ່ຽວເສຍເລືອດຫຼາຍຈາກການເກີດລູກ ແລະ ພະຍາດຂອງຜູ້ກ່ຽວ ເຄີຍມີປະຫວັດການຜ່າຕັດຄໍໜຽງ ປີ 2021 ມາກ່ອນ. ສັງລວມແລ້ວ ຜູ້ກ່ຽວເກີດລູກ ແລະ ລູກເສຍຊີວິດຕອນເກີດຢູ່ໂຮງໝໍຊຸມຊົນເມືອງງອຍ, ແມ່ຖືກສົ່ງຕໍ່ມາໂຮງໝໍເມືອງນ້ຳບາກ ແລະ ເສຍຊີວິດ.

May be an image of 13 people and temple

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ