ໃນປັດຈຸບັນນີ້ເຫັນໄດ້ວ່າແຕ່ລະປີຕົວເລກອັດຕາເງິນເຟີ້ ແມ່ນມີການເໜັງຕີງໄປຄຽງຄູ່ກັບການປ່ຽນແປງຂອງເສດຖະກິດໂລກ ອັນເປັນຜົນເຮັດໃຫ້ເງິນສະສົມທີ່ມີນັ້ນເສື່ອມຄ່າ ແລະ ບໍ່ສາມາດໄປເຖິງຈຸດອຸດົມສົມບູນທີ່ແທ້ຈິງໄດ້, ດ້ວຍເຫດນີ້ເຮົາຈຶ່ງຕ້ອງໃຫ້ເງິນທີ່ເຮົາເກັບສະສົມໄດ້ເຮັດວຽກ ສ້າງມູນຄ່າເພີ່ມໃຫ້ກັບຕົວມັນເອງ ເພື່ອຕໍ່ສູ້ກັບພາວະເງິນເຟີ້ທີ່ເພີ່ມຂຶ້ນ ເຊິ່ງເອີ້ນວ່າ: ການເສີມສ້າງ ຄວາມອຸດົມຮັ່ງມີ. ເຊິ່ງການເສີມສ້າງຄວາມອຸດົມຮັ່ງມີ ແມ່ນໜຶ່ງໃນສີ່ ບາດກ້າວຂອງການສ້າງຄວາມອຸດົມຮັ່ງມີທີ່ແທ້ຈິງ ເຊິ່ງປະກອບມີ: ບາດກ້າວທຳອິດການສ້າງຄວາມອຸດົມຮັ່ງມີ, ບາດກ້າວທີ່ສອງ ການປ້ອງກັນຄວາມອຸດົມຮັ່ງມີ ແລະ ບາດກ້າວທີສາມ ການເສີມສ້າງຄວາມອຸດົມຮັ່ງມີ.
ການເສີມສ້າງຄວາມອຸດົມຮັ່ງມີນີ້ ການວາງແຜນການລົງທຶນ ແມ່ນມີບົດບາດສໍາຄັນເພາະການລົງທຶນປຽບດັ່ງທາງດ່ວນສູ່ຄວາມອຸດົມຮັ່ງມີ, ການເລີ່ມຕົ້ນທີ່ດີ ແລະ ປະຕິບັດຕາມແຜນທີ່ໄດ້ວາງໄວ້ ຍ່ອມຊ່ວຍໃຫ້ໄປເຖິງເສັ້ນໄຊໄດ້ຕາມດັ່ງທີ່ຫວັງ.
ໂດຍທົ່ວໄປການວາງແຜນການລົງທຶນ ເພື່ອກ້າວສູ່ການເປັນນັກລົງທຶນທີ່ປະສົບຜົນສໍາເລັດຕ້ອງພິຈາລະນາ 4 ຢ່າງ ຄື:
- ຕ້ອງຮູ້ຈັກຕົນເອງກ່ອນລົງທຶນ: ການທີ່ຈະຮູ້ຈັກ ແລະ ພິຈາລະນາຕົນເອງໄດ້ນັ້ນ ແມ່ນຕ້ອງໄດ້ສ້າງຄໍາຖາມໃຫ້ກັບຕົນເອງວ່າ ເປົ້າໝາຍຂອງຊີວິດທ່ານແມ່ນຫຍັງ ແລະ ຈຸດໃດຈະເປັນຈຸດທີ່ພຽງພໍ ຫຼື ເພິ່ງພໍໃຈສຳລັບທ່ານ ເພື່ອການດຳລົງຊີວິດໃນອະນາຄົດ. ຈາກນັ້ນ, ຈຶ່ງພິຈາລະນາເງື່ອນໄຂໃນການລົງທຶນວ່າຕ້ອງການຜົນຕອບແທນທ່ານຈະຮັບຄວາມສ່ຽງໄດ້ໜ້ອຍຫຼາຍປານໃດ, ເທົ່າໃດ, ມີເງິນລົງທຶນໜ້ອຍຫຼາຍປານໃດ ແລະ ມີຂໍ້ຈຳກັດເລື່ອງໄລຍະເວລາ ຫຼື ບໍ່. ດັ່ງນັ້ນ, ທ່ານຕ້ອງຕອບຄໍາຖາມກັບຕົນເອງໃຫ້ໄດ້ກ່ອນເພື່ອທີ່ຈະກໍານົດທາງເລືອກໃນການລົງທຶນທີ່ເໝາະສົມກັບຕົນເອງຫຼາຍທີ່ສຸດ.
- ຕ້ອງຮູ້ຈັກເຄື່ອງມື ຫຼື ທາງເລືອກໃນການລົງທຶນ: ເມື່ອຮູ້ຈັກຕົນເອງຫຼາຍຂຶ້ນແລ້ວ ກໍກ້າວເຂົ້າສູ່ການຮູ້ຈັກກັບເຄື່ອງມື ກໍຄືທາງເລືອກໃນການລົງທຶນ. ປັດຈຸບັນທາງເລືອກຂອງການນໍາເງິນມາລົງທຶນໃຫ້ເກີດດອກອອກຜົນ ແມ່ນມີຢ່າງຫຼວງຫຼາຍ, ໃນນັ້ນຄວາມເຂົ້າໃຈກ່ຽວກັບລັກສະນະສະເພາະຄວາມສ່ຽງ ແລະ ຜົນຕອບແທນຕະຫຼອດຮອດຂໍ້ດີຂໍ້ເສຍຂອງທາງເລືອກຕ່າງໆ ຈຶ່ງເປັນສ່ວນສຳຄັນທີ່ຈະຊ່ວຍໃນການຈັດສັນເງິນລົງທຶນໄດ້ຢ່າງເໝາະສົມ ແລະ ສອດຄ່ອງກັບເປົ້າໝາຍທີ່ຕັ້ງໄວ້.
ທາງເລືອກຂອງການລົງທຶນທີ່ເຫັນໄດ້ທົ່ວໄປ ແລະ ເປັນທີ່ນິຍົມກັນ ປະກອບມີ:
▶ ການຝາກເງິນເອົາດອກເບ້ຍ: ເຊິ່ງອາດຈະເປັນການຝາກເງິນກັບທະນາຄານ ໃນຮູບແບບການຝາກເງິນປະຈຳ ມີກຳນົດ 3 ເດືອນ, 6 ເດືອນ, 12 ເດືອນ, 24 ເດືອນ, 36 ເດືອນ ຫຼື ຝາກປະຢັດ ທີ່ສາມາດຖອນໄດ້ຕະຫຼອດ ເຫຼົ່ານີ້ເປັນຕົ້ນ.
▶ ການລົງທຶນໃນອະສັງຫາລິມະຊັບ: ທາງເລືອກໃນການລົງທຶນນີ້ຈະເປັນການເອົາເງິນມາເກັບໄວ້ໃນຮູບແບບຂອງຊັບສິນຄົງທີ່ ເປັນຕົ້ນແມ່ນເຮືອນ, ທີ່ດິນ ແລະ ອື່ນໆ.
▶ ການປະກອບທຸລະກິດ: ເປັນການນຳເງິນທີ່ສະສົມໄວ້ມາສ້າງຜົນກໍາໄລໃນທຸລະກິດໃດໜຶ່ງ ເຊິ່ງອາດຈະປະກອບທຸລະກິດສ່ວນຕົວ ຫຼື ດ້ວຍການຮ່ວມທຶນກັບບຸກຄົນອື່ນ.
ເມື່ອເຮົາມີເງິນສະສົມໄວ້ ເປັນປະຈໍາທຸກໆເດືອນ ສິ່ງທີ່ຄວນຄຳນຶງເຖິງນັ້ນກໍຄື ເຮົາຈະຈັດການກັບເງິນສະສົມນັ້ນຢ່າງເໝາະສົມໄດ້ແນວໃດ ເພື່ອໃຫ້ມັນຄົງຢູ່ ແລະ ເພີ່ມພູນຫຼາຍຂຶ້ນ ໂດຍສ່ວນໃຫຍ່ແລ້ວຄົນເຮົາມັກຈະເກັບເງິນໃນຮູບແບບເງິນສົດ ຫຼື ຝາກທະນາຄານ ເພື່ອຮັບຜົນຕອບແທນເປັນດອກເບ້ຍ ເຊິ່ງຈະເອີ້ນວິທີການນີ້ວ່າ ການເກັບເງິນ. ອີກທາງໜຶ່ງກໍໃຊ້ວິທີການຊື້ຄໍາ ຫຼື ທີ່ດິນເກັບໄວ້, ຊື້ຫຼັກຊັບຕ່າງໆ ເຊິ່ງຮູບການເຫຼົ່ານີ້ເອີ້ນວ່າການລົງທຶນ.
( ສຳລັບສ່ວນທີ່ຍັງເຫຼືອແມ່ນຈະນຳສະເໜີອາທິດຖັດໄປ )
ໂດຍ: ຕລຊລ