ໂຄງການກໍ່ສ້າງຂົວຂະໜາດໃຫຍ່ແມ່ນ້ຳບາຊັກຂອງກຳປູເຈຍ ທີ່ຮັບເໝົາການກໍ່ສ້າງໂດຍວິສາຫະກິດຈີນ ໄດ້ຈັດພິທີເປີດການກໍ່ສ້າງຢ່າງເປັນທາງການທີ່ນະຄອນຫຼວງພະນົມເປັນ ຂອງກຳປູເຈຍ ໃນວັນທີ 19 ກຸມພາ.
ທ່ານ ຮຸນ ມາເນັດ ນາຍົກລັດຖະມົນຕີກຳປູເຈຍ ກ່າວໃນພິທີວ່າ: ຈີນ ໄດ້ສະໜອງການສະໜັບສະໜູນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາດ້ານເສດຖະກິດສັງຄົມຂອງກຳປູເຈຍ ມາໂດຍຕະຫຼອດ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ຫຼາຍດ້ານການຊ່ວຍເຫຼືອການພັດທະນາພື້ນຖານໂຄງລ່າງຂອງກຳປູເຈຍ. ນັບມາຮອດປັດຈຸບັນນີ້ໄດ້ນຳໃຊ້ທຶນຮອນປະເພດຕ່າງໆເພື່ອສ້າງສຳເລັດຂົວຂະໜາດໃຫຍ່ສິບກວ່າແຫ່ງໃຫ້ແກ່ກຳປູເຈຍ, ລັດຖະບານ ແລະ ປະຊາຊົນຂອງກຳປູເຈຍ ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ເລື່ອງດັ່ງກ່າວ.
ປີ 2024 ແມ່ນ “ ປີແລກປ່ຽນດ້ານວັດທະນະທຳລະຫວ່າງ ຈີນ – ກຳປູເຈຍ ”, ກຳປູເຈຍ ຍິນດີຮ່ວມກັນກັບຈີນ, ສືບຕໍ່ຊຸກຍູ້ການພັດທະນາດ້ານການຮ່ວມມືເສດຖະກິດການຄ້າລະຫວ່າງສອງຝ່າຍ, ຊຸກຍູ້ການຟື້ນຟູດ້ານການພັດທະນາຂອງຂະແໜງການທ່ອງທ່ຽວ.
ໂຄງການດັ່ງກ່າວ ຕັ້ງຢູ່ທາງທິດໃຕ້ຂອງນະຄອນຫຼວງພະນົມເປັນ, ຂົວແຫ່ງນີ້ມີ ຄວາມຍາວທັງໝົດ 1.650 ແມັດ ແລະ ມີແຜນຈະສ້າງໃຫ້ສຳເລັດ ແລະ ເລີ່ມເປີດນຳໃຊ້ໃນປີ 2027.