ສໍານັກຂ່າວຕ່າງປະເທດລາຍງານວ່າ: ວັນທີ 16 ກຸມພາ, ທ່ານ ອັນໂຕນີ ກູເຕີເຣສ ເລຂາທິການໃຫຍ່ ສປຊ ກ່າວຄຳເຫັນທີ່ກອງປະຊຸມຄວາມໝັ້ນຄົງ ມິວນິກ ປະເທດເຢຍລະມັນ ໄດ້ຢັ້ງຢືນວ່າ: ໂລກພວມປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ມີຢູ່ແລ້ວ ແຕ່ປະຊາຄົມສາກົນ ພັດຍັງຖືກແບ່ງແຍກຢ່າງເລິກເຊິ່ງທີ່ສຸດໃນ 75 ປີຜ່ານມາ.
ທ່ານ ອັນໂຕນີ ກູເຕີເຣສ ເນັ້ນໜັກເຖິງຄວາມຈຳເປັນທີ່ຕ້ອງສ້າງ “ ຄວາມເປັນລະບຽບຮຽບຮ້ອຍໂລກໃໝ່ ທີ່ມີການເຄື່ອນໄຫວເພື່ອປະຊາຊົນໝົດທຸກຄົນ ”. ຖ້າບັນດາປະເທດປະຕິບັດສຳເລັດພັນທະສາກົນຂອງຕົນຕາມກົດບັດ ສປຊ, ປະຊາຊົນໝົດທຸກຄົນໃນໂລກ ກໍລ້ວນແຕ່ຈະໄດ້ດຳລົງຊີວິດໃນສັນຕິພາບ.
ທ່ານເລຂາທິການໃຫຍ່ ສປຊ ຖືວ່າສະພາບການຢູ່ ກາຊາ ແມ່ນພິຍານຫຼັກຖານຢ່າງຈະແຈ້ງ ທີ່ສະແດງໃຫ້ເຫັນສະພາບການຈົນຕາແຈໃນການພົວພັນທົ່ວໂລກ, ຈຳນວນຜູ້ເສຍຊີວິດ ແລະ ລັກສະນະດັບສູນຂອງການປະທະກັນ ຢູ່ທີ່ນີ້ແມ່ນເປັນໜ້າຢ້ານກົວທີ່ສຸດ.