ກອງປະຊຸມສຸດຍອດລັດຖະບານໂລກ ປີ 2024 ໄດ້ຈັດຂຶ້ນຢູ່ນະຄອນດູໄບ ປະເທດສະຫະລັດອາຣັບເອເມເຣດ ໃນວັນທີ 12 ກຸມພາ ເຊິ່ງຈະດຳເນີນເປັນເວລາ 3 ມື້ ໂດຍຈະສິ້ນສຸດລົງໃນວັນທີ 14 ກຸມພານີ້.

ກອງປະຊຸມຄັ້ງນີ້ມີຫົວຂໍ້ວ່າ: “ ບຳລຸງສ້າງລັດຖະບານໃນອະນາຄົດ ” ໂດຍມີຈຸດປະສົງເພື່ອເພີ່ມທະວີການຮ່ວມມືສາກົນ, ທັງໃຫ້ຂໍ້ສະເໜີແກ່ລັດຖະບານປະເທດຕ່າງໆໃນການຮັບມືກັບສິ່ງທ້າທາຍຂອງໂລກທີ່ມີລັກສະນະຮີບດ່ວນ ພ້ອມທັງເອົາໃຈໃສ່ເນື້ອໃນ 6 ດ້ານເປັນພິເສດ ຄື: ການຫັນເປັນແບບດີຈີຕອນຂອງລັດຖະບານ; ປັນຍາປະດິດ ແລະ ວິທະຍາສາດເຕັກນິກທີ່ກ້າວໜ້າ; ປັບປຸງຮູບການພັດທະນາຄືນໃໝ່ ແລະ ເສດຖະກິດໃນອະນາຄົດ; ສັງຄົມ ແລະ ການສຶກສາໃນອະນາຄົດ; ຄວາມຍືນຍົງ ແລະ ການປ່ຽນແປງໃໝ່ຂອງໂລກ; ການຫັນເປັນຕົວເມືອງ ແລະ ສາທາລະນະສຸກທົ່ວໂລກ.