ໃນຕອນບ່າຍຂອງວັນທີ 07 ກຸມພາ 2024 ທ່ານ ຈັນທາ ສ້ວຍພະໄຕ ຮອງເຈົ້າເມືອງໆພີນ, ທ່ານ ນາງ ໜູ ຄໍາຫຼວຍ ຫົວໜ້າຫອ້ງການກະສິກຳ ແລະ ປ່າໄມ້ເມືອງພີນ, ພ້ອມດ້ວຍຄະນະທີມງານຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງວ່າການ, ຫ້ອງການອຸດສາຫະກຳ ແລະການຄ້າ, ຫ້ອງການສະຫະພັນແມ່ຍິງ, ສະມາຄົມຜູ້ຊົມໃຊ້ນໍ້າຊົນລະປະທານອ່າງເກັບນໍ້າຫ້ວຍສະຄວງ ແລະ ກຸ່ມປູກພືດບ້ານໂນນສະອາດ ລວມທັງໝົດ 49ຄົນ ໄດ້ລົງເຄື່ອນໄຫວຊຸກຍູ້ ເຂົ້າຮ່ວມທັດສະນະສຶກສາຖອດຖອນບົດຮຽນ, ວິທີການ-ເຕັກນິກ ການປູກໝາກແຕງແຄນຕາລຸ໋ກ ຜະລິດເປັນສິນຄ້າ ຂອງກຸ່ມການປູກພືດບ້ານນາທະລັງ.
ທ່ານ ໄໝ ຫົວໜ້າກຸ່ມປູກພືດບ້ານ ນາທະລັງ, ໄດ້ໃຫ້ຮູ້ວ່າ: ຄອບຄົວຂອງເພິ່ນເອງໄດ້ມີການເລີ່ມທົດລອງການປູກ ໃນປີ 2017 ພາຍຫຼັງທີ່ມີການເກັບກ່ຽວຜົນຜະລິດ ເຫັນວ່າຕະຫຼາດມີຄວາມຕ້ອງການຫຼາຍ ຈຶ່ງຂະຫຍາຍເນື້ອທີ່ການປູກຫຼາຍຂຶ້ນ ແລະ ມາຮອດປີ 2022 ໄດ້ຖືກຮັບຮອງ ສ້າງເປັນກຸ່ມການປູກພືດ ບ້ານນາທະລັງ, ປັດຈຸບັນ ພາຍໃນກຸ່ມ ລວມມີ 07 ຄອບຄົວ, ເນື້ອທີ່ 4,5 ເຮັກຕາ, ການປູກໝາກແຕງແຄນຕາລຸ໋ກ ເລີ່ມປູກໃນຊ່ວງເດືອນພະຈິກຂອງແຕ່ລະປີ ຫຼັງຈາກການເກັບກ່ຽວເຂົ້ານາປີສໍາເລັດ.
ໃນປີ 2023 ຜ່ານມາ ການປູກໝາກແຕງແຄນຕາລຸ໋ກ ໃຫ້ຜົນຜະລິດລວມທັງໝົດ 20,1 ໂຕນ, ສາມາດສ້າງລາຍຮັບໃຫ້ກຸ່ມ 218 ລ້ານກີບ ສໍາລັບປີ 2024 ການປູກໝາກແຕງແຄນຕາລຸ໋ກ ກຳລັງລິເລີ່ມມີການເກັບກູ້ ຄາດຄະເນວ່າຈະບັນລຸໄດ້ຜົນຜະລິດ ປະມານ 22ໂຕນ, ຂາຍສົ່ງຕະຫຼາດໃນລາຄາສະເລ່ຍ 15.000ກີບ ຕໍ່ 1 ກິໂລ.
ພາບ-ຂ່າວ: ນາງ ສາຍສະໝອນ ນໍລະສິງ.