ລາຄານໍ້າມັນດິບ ແລະ ຄຳ ປັບຂຶ້ນ ກັງວົນສະຖານະການຕາເວັນອອກກາງ

07 Feb 2024

ຄລິກແຊຣ໌ 0 Facebook WhatsApp

ລາຄານໍ້າມັນດິບ WTI ປິດຕະຫຼາດວັນທີ 6 ກຸມພາ ປັບຂຶ້ນ 53 ເຊັນ ປິດທີ່ 73,31ໂດລາ, ສ່ວນລາຄາຄໍາຟິວເຈີ ພຸ່ງຂຶ້ນ0,4%.

ລາຄານໍ້າມັນດິບ ເວັດເຊັກເທັດ ຫລື WTI ສໍາລັບການຈັດສົ່ງໃນເດືອນມີນາ ບວກເພີ່ມ 53ເຊັນ ປິດທີ່ 73,31ໂດລາສະຫະລັດຕໍ່ບາເຣລ. ສ່ວນນໍ້າມັນດິບ Brent ຈັດສົ່ງໃນເດືອນມີນາ ເພີ່ມຂຶ້ນ 60 ເຊັນ ປິດທີ່ 78,59 ໂດລາສະຫະລັດຕໍ່ບາເຣລ.

อาจเป็นรูปภาพของ เงิน และ ข้อความพูดว่า "999.9 GOLD 1000 1000g g"

ລາຄານໍ້າມັນທີ່ປັບຂຶ້ນໄດ້ຮັບແຮງໜູນ ສະຖານະການໃນຕາເວັນອອກກາງທີ່ທະວີຄວາມເຄັ່ງຕຶງຂຶ້ນ ຫຼ້າສຸດ ທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ ໄດ້ເຂົ້າພົບເຈົ້າຊາຍ ໂມຮຳເມັດ ບິນຊາລມານ ມົງກຸດຣາຊະກຸມານ ອາຣັບບີ ຊາອຸດິ ລວມເຖິງເຈົ້າຊາຍ ໄຟຊາລ ບິນ ຟາຮານ ອັລຊາອຸດ ລັດຖະມົນຕີກະຊວງການຕ່າງປະເທດ ອາຣັບບີ ຊາອຸດິ ເພື່ອຫາທາງຜ່ອນຄາຍສະຖານະການໃນຕາເວັນອອກກາງ.

ສ່ວນລາຄາຄໍາຟິວເຈີ ຕະຫຼາດໂຄແມັກ ສົ່ງມອບເດືອນມີນາ ປິດໃນວັນທີ 6 ກຸມພາ ປັບຂຶ້ນ0,4% ປິດທີ່ 2.051,4ໂດລາສະຫະລັດຕໍ່ອອນ ໂດຍນັກລົງທຶນຫຼຸດນໍ້າໜັກຕໍ່ການຄາດການທີ່ວ່າທະນາຄານກາງສະຫະລັດ (ເຟດ) ຈະປັບຫຼຸດອັດຕາດອກເບ້ຍໃນເດືອນພຶດສະພາ ຫຼັງທ່ານ ເຈີໂຣມ ພາວເວລ ປະທານເຟດ ກ່າວຢໍ້າວ່າເຟດຈະຍັງບໍ່ຟ້າວປັບຫຼຸດອັດຕາດອກເບ້ຍໃນອະນາຄົດອັນໃກ້. ນອກນີ້ລາຄາຄຳຍັງຖືກກົດດັນຈາກການແຂງຄ່າຂອງເງິນໂດລາສະຫະລັດ ແລະ ການດີດຕົວຂອງອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດອາເມຣິກາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ