ເຈີໂຣມ ພາວເວລ ຢໍ້າເຟດລະມັດລະວັງ ເລື່ອງການຫຼຸດດອກເບ້ຍ

06 Feb 2024

ຄລິກແຊຣ໌ 0 Facebook WhatsApp

ທ່ານ ເຈີໂຣມ ພາວເວລ ປະທານທະນາຄານກາງສະຫະລັດອາເມຣິກາ (Fed) ກ່າວໃນການໃຫ້ສຳພາດຕໍ່ສະຖານີໂທລະພາບ CBS ວ່າ: ເຟດຈະດໍາເນີນການຢ່າງລະມັດລະວັງກ່ຽວກັບການຫຼຸດ ອັດຕາດອກເບ້ຍ ໃນປີນີ້ ແລະ ເປັນໄປໄດ້ທີ່ຈະປັບອັດຕາດອກເບ້ຍລົງ ຊ້າກວ່າທີ່ຕະຫຼາດຄາດການໄວ້.

อาจเป็นรูปภาพของ 1 คน และ ข้อความ

ທ່ານ ພາວເວລ ກ່າວວ່າ: ຊາວອາເມຣິກາ ອາດຈະຕ້ອງລໍຖ້າດົນກວ່າເດືອນມີນາ ຫາກຕ້ອງການເຫັນເຟດຫຼຸດອັດຕາດອກເບ້ຍ ເນື່ອງຈາກເຈົ້າໜ້າທີ່ເຟດຈຳເປັນຕ້ອງລໍຖ້າເບິ່ງຂໍ້ມູນເສດຖະກິດເພີ່ມຕື່ມເພື່ອເປັນເຄື່ອງຢັ້ງຢືນວ່າອັດຕາເງິນເຟີ້ຂອງສະຫະລັດ ໄດ້ປັບຕົວລົງສູ່ເປົ້າໝາຍຂອງເຟດທີ່ລະດັບ 2%.

ທ່ານ ພາວເວລ ກ່າວວ່າຕົນຍັງມີຄວາມເຊື່ອໝັ້ນໃນເສດຖະກິດຂອງສະຫະລັດ. ພ້ອມກັບຄຳໝັ້ນສັນຍາວ່າ ການເລືອກຕັ້ງປະທານາທິບໍດີ ອາເມລິຣິກາ ຈະດຳເນີນໃນເດືອນພະຈິກປີນີ້ ຈະບໍ່ປ່ຽນແປງຈຸດຢືນດ້ານນະໂຍບາຍການເງິນຂອງເຟດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ