ອີຢູ ສະເໜີ “ ມາດຕະການປ້ອງກັນຕົວ ” ຈຳກັດສິນຄ້າລາຄາຖືກຈາກ ອູແກຣນ

0
131

ວັນທີ 31 ມັງກອນ, ສະຫະພາບເອີຣົບ ຫຼື ອີຢູ (EU) ໄດ້ສະເໜີຕໍ່ກຳນົດເວລາຕື່ມອີກ 1 ປີ ສຳລັບຂໍ້ກຳນົດຍົກເວັ້ນພາສີນຳເຂົ້າສຳລັບຜະລິດຕະພັນກະເສດຂອງ ອູແກຣນ. ແຕ່ຕ້ອງໄປພ້ອມ “ບັນດາມາດຕະການປ້ອງກັນຕົວ” ເພື່ອແນໃສ່ສະກັດກັ້ນສິນຄ້ານຳເຂົ້າລາຄາຖືກເຊື່ອມເຂົ້າຕະຫຼາດນີ້ ເຊິ່ງຈະກໍ່ຄວາມເສຍຫາຍໃຫ້ແກ່ຊາວກະສິກອນຂອງຕົນ.

ຖະແຫຼງການຂອງຄະນະກຳມະການ ເອີຣົບ (EC) ໄດ້ຊີ້ແຈງວ່າ: ຂໍ້ສະເໜີດັ່ງກ່າວອະນຸຍາດໃຫ້ມີມາດຕະການ “ແກ້ໄຂຢ່າງວ່ອງໄວ” ໃນກໍລະນີເກີດຄວາມຂາດວັກຂາດຕອນສຳລັບຕະຫຼາດອີຢູ ແລະ ສຳລັບບັນດາຜະລິດຕະພັນທີ່ລະອຽດອ່ອນຄື: ສັດປີກ, ໄຂ່ ແລະ ນ້ຳຕານ. ນີ້ ຖືວ່າແມ່ນມາດຕະການ ຈະນຳໃຊ້ເພື່ອຮັບປະກັນປະລິມານສິນຄ້ານຳເຂົ້າຢູ່ໃນລະດັບປານກາງຂອງປີ 2022 – 2023.

ເດືອນ ມິຖຸນາ 2022, ອີຢູ ໄດ້ຍົກເລີກພາສີອາກອນ ແລະ ບັນດາການຈຳກັດອື່ນໃນ 12 ເດືອນ ສຳລັບສິນຄ້າຈາກ ອູແກຣນ. ປີ 2023ອີຢູ ໄດ້ເຫັນດີເຫັນພ້ອມຕໍ່ກຳນົດເວລາຕື່ມອີກ ໜຶ່ງປີ ແລະ ຄາດວ່າຈະໝົດຜົນສັກສິດນັບແຕ່ເດືອນ ມິຖຸນາ ຈະມາເຖິງ.

LEAVE A REPLY

Please enter your comment!
Please enter your name here