ເສດຖະກິດພາກພື້ນຢູໂຣໂຊນ ຫຼີກລ່ຽງໄດ້ການຊຸດໂຊມ

01 Feb 2024

ຄລິກແຊຣ໌ 0 Facebook WhatsApp

VOVWORLDລາຍງານວ່າ: ອົງການສະຖິຕິສະຫະພາບເອີຣົບ (ອີຢູ) ປະກາດໃນວັນທີ 30 ມັງກອນວ່າ ເສດຖະກິດພາກພື້ນນຳໃຊ້ສະກຸນຢູໂຣ ຫລືຢູໂຣໂຊນ ຫຼີກລ່ຽງໄດ້ການຊຸດໂຊມໃນ 6 ເດືອນທ້າຍປີ 2023, ແຕ່ກໍຢຸດໄວ້ໄລຍະ 3 ເດືອນທ້າຍປີ.

อาจเป็นรูปภาพของ การแข่งเรือ, เรือ และ หมู่บ้านกาโมลี

ຕາມບົດລາຍການເບື້ອງຕົ້ນລະບຸວ່າ ການເຕີບໂຕຂອງ 20 ພື້ນຖານເສດຖະກິດໃນພາກພື້ນຢູໂຣໂຊນ ຖືກຢຸດໄວ້ຢູ່ໃນລະດັບ 0% ໃນໄຕມາດປີ 4 ຂອງປີ 2023, ໂດຍຕ່າງກັບການຄາດຄະເນທີ່ວ່າ ຈະຫຼຸດລົງ 0,1% ເຊິ່ງວົງການນັກໄຈ້ແຍກສ່ວນຫຼາຍໄດ້ຍົກອອກມາກ່ອນໜ້ານັ້ນ. ກໍຕາມຕົວເລກຂອງອົງການສະຖິຕິດັ່ງກ່າວແລ້ວ ເສດຖະກິດຂອງອີຢູ (ລວມມີ 27 ປະເທດ) ບໍ່ເຕີບໂຕໃນໄຕມາດສຸດທ້າຍຂອງປີ 2023 ພາຍຫຼັງທີ່ລະດັບການເຕີບໂຕຫຼຸດລົງ 0,1% ໃນໄຕມາດທີ 3. ຕົວເລກດັ່ງກ່າວກໍຊີ້ໃຫ້ເຫັນວ່າ ເສດຖະກິດອີຢູແລະຢູໂຣໂຊນ ໃນປີ 2023 ເພີ່ມຂຶ້ນ 0,5% ເມື່ອທຽບໃສ່ປີ 2022, ຕ່ຳກວ່າລະດັບການຄາດຄະເນ 0,6% ໂດຍຄະນະກຳມະການເອີຣົບ (EC) ໄດ້ຍົກອອກມາໃນທ້າຍເດືອນ ພະຈິກ 2023.

ການເຕີບໂຕຂອງຢູໂຣໂຊນ ຖືກຢຸດໄວ້ ກໍຍ້ອນວ່າໃນໄຕມາດທີ 4 ປີ 2023 ບັນດາພື້ນຖານເສດຖະກິດໃຫຍ່ຄື ເຢຍລະມັນ ມີການເຕີບໂຕຫຼຸດລົງ 0,3%, ຝຣັ່ງ ມີການເຕີບໂຕເປັນ 0% ແລະ ການເຕີບໂຕຂອງເສດຖະກິດ ອີຕາລີ ກໍເພີ່ມຂຶ້ນພຽງແຕ່ 0,2% ເທົ່ານັ້ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ