ມູນຄ່າສົ່ງອອກຜົນຜະລິດກະສິກໍາ ບັນລຸ 1,4 ຕື້ໂດລາ ໃນປີ 2023

0
188

ໃນປີ 2023 ຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂະຫຍາຍຕົວ 3,4% ກວມເອົາ 21,4% ຂອງລວມຍອດຜະລິດຕະພັນພາຍໃນ. ສ່ວນການສົ່ງອອກຜົນຜະລິດກະສິກໍາ ປະຕິບັດໄດ້ 1.442 ລ້ານໂດລາສະຫະລັດ.


ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ – ປ່າໄມ້ ໄດ້ລາຍງານໃນກອງປະຊຸມສະຫຼຸບວຽກງານກະສິກຳ – ປ່າໄມ້ ແລະ ພັດທະນາຊົນນະບົດປີ 2023 ແລະ ທິດທາງ 2024 ວ່າ: ໃນປີຜ່ານມາ 2023 ສາມາດເຮັດໃຫ້ການຂະຫຍາຍຕົວຂອງຂະແໜງກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ສາມາດບັນລຸ 3,4% ( ລື່ນແຜນການ 0,9% ) ກວມເອົາ 21,4% ຂອງ GDP ( ລື່ນແຜນການ 4,2% ).

ທ່ານກ່າວຕື່ມວ່າ: ສະເພາະແຜນງານຜະລິດກະສິກຳເປັນສິນຄ້າໃນທົ່ວປະເທດ: ການປູກຝັງ ປະຕິບັດໄດ້ 9,74 ລ້ານໂຕນ ລື່ນແຜນ 13,7% ( ແຜນການ 8,56 ລ້ານໂຕນ ), ໃນນີ້, ອັນພົ້ນເດັ່ນແມ່ນມັນຕົ້ນ ເພີ່ມຂຶ້ນ 28,62%, ກາເຟ ເພີ່ມຂຶ້ນ 7,5%, ໝາກກ້ວຍ ເພີ່ມຂຶ້ນ 16,7%, ອ້ອຍ ເພີ່ມຂຶ້ນ 10,1 % ແລະ ພືດສິນຄ້າອື່ນໆ.

ປັດຈຸບັນມີຟາມລ້ຽງສັດທັງໝົດ 2.261 ຟາມ ມີສັດລ້ຽງ 6,5 ລ້ານກວ່າໂຕ; ທີ່ພົ້ນເດັ່ນຟາມລ້ຽງສັດໄດ້ເພີ່ມຂຶ້ນທັງໝົດ 123 ຟາມ ຈາກປີ 2022. ໃນນັ້ນ ຟາມລ້ຽງງົວ 55 ຟາມ, ຟາມລ້ຽງໝູ 34 ຟາມ, ຟາມລ້ຽງໄກ່ພັນໄຂ່ 18 ຟາມ ແລະ ອື່ນໆ ເຊິ່ງຜົນຜະລິດທາດຊີ້ນຈາກການລ້ຽງແບບເປັນຟາມ ສາມາດສະໜອງໄດ້ 41% ຂອງການຜະລິດຊີ້ນທັງໝົດ.


ການເຈລະຈາເປີດຕະຫຼາດ ແລະ ການສົ່ງອອກຜະລິດຕະພັນກະສິກຳ ແມ່ນສຳເລັດການເຈລະຈາກັບປະເທດຄູ່ຄ້າແລ້ວ 64 ລາຍການ ( ສະເພາະປີ 2023 ເພີ່ມຂຶ້ນໃໝ່ 16 ລາຍການ ), ໃນນັ້ນ ກັບ ສປ ຈີນ 33 ລາຍການ ( ມີ 30 ພືດ ແລະ 3 ສັດ ); ກັບ ສສ ຫວຽດນາມ 16 ພືດ; ກັບ ໄທ 15 ພືດ ແລະ ສະເພາະສົ່ງອອກໄປສະຫະພາບເອີຣົບ ( EU ) ແມ່ນເປີດຮັບທຸກປະເພດສິນຄ້າ ແຕ່ຕ້ອງປະຕິບັດໄດ້ຕາມເງື່ອນໄຂການນໍາເຂົ້າຂອງສະຫະພາບເອີຣົບ.

ການສົ່ງອອກຜົນຜະລິດກະສິກໍາ ປະຕິບັດໄດ້ 1.442,17 ລ້ານກວ່າໂດລາສະຫະລັດ ລື່ນແຜນການ 20,18% ( ແຜນການ 1.200 ລ້ານໂດລາສະຫະລັດ ); ໃນນີ້ການສົ່ງອອກພືດ ແລະ ຜະລິດຕະພັນພືດ ປະຕິບັດໄດ້ 1.024 ລ້ານໂດລາສະຫະລັດ ເທົ່າກັບ 93% ຂອງແຜນການ ( ແຜນການ 1.100 ລ້ານໂດລາສະຫະລັດ ); ພືດທີ່ພົ້ນເດັ່ນໃນການສົ່ງອອກ ມີ: ໝາກກ້ວຍ, ມັນຕົ້ນ, ສາລີ, ອ້ອຍ, ໝາກໂມ ແລະ ອື່ນໆ; ສາມາດສົ່ງອອກສັດລ້ຽງໄດ້ 100,26 ລ້ານໂດລາສະຫະລັດ ລື່ນແຜນການ 0,26% ( ແຜນການ 100 ລ້ານໂດລາສະຫະລັດ ); ການສົ່ງອອກໄມ້, ຜະລິດຕະພັນໄມ້, ຢາງພາລາ ແລະ ເຄື່ອງປ່າຂອງດົງ ບັນລຸ 318,05 ລ້ານກວ່າໂດລາສະຫະລັດ, ໃນນີ້ເຄື່ອງປ່າຂອງດົງ 6,3 ລ້ານກວ່າໂດລາສະຫະລັດ, ໄມ້ ແລະ ຜະລິດຕະພັນໄມ້ ມູນຄ່າ 21,67 ລ້ານກວ່າໂດລາສະຫະລັດ, ຢາງພາລາ 289,47 ລ້ານໂດລາສະຫະລັດ ແລະ ຖ່ານຂາວ 573.189 ໂດລາສະຫະລັດ.
ສ່ວນການນຳເຂົ້າພືດ ແລະ ຜະລິດຕະພັນພືດ ຜ່ານດ່ານກັກກັນພືດ ມີມູນຄ່າ 109,93 ລ້ານກວ່າໂດລາສະຫະລັດ ທຽບໃສ່ປີ 2022 ເພີ່ມຂຶ້ນ 22,72 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 26% ( ຈາກ 87,21 ລ້ານໂດລາສະຫະລັດ ) ພືດທີ່ພົ້ນເດັ່ນໃນການນໍາເຂົ້າ ມີ: ໄມ້ກະຖິນນາລົງ, ກາກຖົ່ວເຫຼືອງ, ແປ້ງມັນຕົ້ນ, ເຂົ້າເມັດຫັກ ແລະ ອື່ນໆ.

LEAVE A REPLY

Please enter your comment!
Please enter your name here