ຕາມຂ່າວ VOVWORLD ລາຍງານວ່າ: ໃນແຈ້ງການອອກຕອນຄ່ຳວັນທີ 26 ມັງກອນ, ທ່ານ Mumtaz Zahra Baloch ໂຄສົກກະຊວງການຕ່າງປະເທດ ປາກິດສະຖານ ໃຫ້ຮູ້ວ່າ: ປາກິດສະຖານ ແລະ ອີຣານ ອະນຸຍາດໃຫ້ເອກອັກຄະລັດຖະທູດຂອງແຕ່ລະປະເທດກັບຄືນມາສຳນັກງານຢູ່ນະຄອນຫຼວງຂອງກັນແລະກັນ, ຟື້ນຟູການພົວພັນສອງຝ່າຍພາຍຫຼັງຄວາມເຄັ່ງຕຶງຫວ່າງມໍ່ໆມານີ້ຢ່າງເປັນທາງການ.
ທ່ານ Muhammad Muddasir Tipu ເອກອັກຄະລັດຖະທູດ ປາກິດສະຖານ ປະຈຳ ອີຣານ ໄດ້ກັບເມືອປະເທດນີ້ໃນອາທິດກ່ອນ ພາຍຫຼັງ ຝ່າຍອີຣານ ໄດ້ດຳເນີນການບຸກໂຈມຕີທາງອາກາດ ເຂົ້າແຂວງ Balochistan ໃນວັນທີ 16 ມັງກອນ, ດ້ວຍຖະແຫຼງການສະກັດກັ້ນບັນດາມືປື່ນກໍ່ການຮ້າຍ.
ປາກິດສະຖານ ແລະ ອີຣານ ພວມພະຍາຍາມນຳການພົວພັນສອງຝ່າຍກັບຄືນສູ່ປົກກະຕິພາຍຫຼັງໄລຍະເຄັ່ງຕຶງຜ່ານມາ. ນອກຈາກເລື່ອງອະນຸຍາດໃຫ້ບັນດາເອກອັກຄະລັດຖະທູດ ໄດ້ກັບຄືນສຳນັກງານເຮັດວຽກ, ສອງຝ່າຍຍັງເຫັນດີເຫັນພ້ອມກ່ຽວກັບການຢ້ຽມຢາມ ປາກິດສະຖານຂອງທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ໃນວັນທີ 29 ມັງກອນ.