ໄມໂຄຣຊ໊ອຟ ເລີກຈ້າງພະນັກງານ ໃນທຸລະກິດວິດິໂອເກມ ເກືອບ 2 ພັນຄົນ

29 Jan 2024

ຄລິກແຊຣ໌ 0 Facebook WhatsApp

ບໍລິສັດໄມໂຄຣຊ໊ອຟ ຄອປ ປະກາດເລີກຈ້າງພະນັກງານ1.900ຄົນ ຫລື ປະມານ8%ຈາກພະແນກMicrosoft Gaming ເຊິ່ງເບິ່ງທຸລະກິດ ວິດິໂອເກມຂອງບໍລິສັດ ລວມເຖິງພະນັກງານຈາກບໍລິສັດActivision Blizzard ແລະ Xbox ເຊິ່ງເປັນທຸລະກິດໃນເຄືອ.

อาจเป็นรูปภาพของ 4 คน

ທ່ານ ຟິລ ສະເປນເຊີ ປະທານເຈົ້າໜ້າທີ່ບໍລິຫານຂອງ Microsoft Gamingກ່າວວ່າ: ການເລີກຈ້າງພະນັງການງານໃນຄັ້ງນີ້ ເປັນສ່ວນໜຶ່ງຂອງມາດຕະການໃນການປັບຫຼຸດຕໍາແໜງງານທີ່ຊໍ້າຊ້ອນພາຍໃນບໍລິສັດ.

ການເລີກຈ້າງພະນັກງານດັ່ງກ່າວຈະມີຂຶ້ນໃນອາທິດນີ້ ແລະ ເກີດຂຶ້ນພຽງ 3 ເດືອນ ຫຼັງຈາກທີ່ໄມໂຄຊ໊ອຟ ທຸ່ມເງິນ69ພັນລ້ານໂດລາ ເຂົ້າຊື້ກິດຈະການ Activision Blizzard ເຊິ່ງເປັນບໍລິສັດຜະລິດວິດິໂອເກມຍອດນິຍົມ ໂດຍເປັນວົງເງິນສູງສຸດເທົ່າທີ່ໄມໂຄຊ໊ອຟເຄີຍໃຊ້ຈ່າຍໃນການຊື້ກິດຈະການບໍລິສັດ.

ການເລີກຈ້າງພະນັງການຂອງໄມໂຄຊ໊ອຟມີຂຶ້ນຫຼັງຈາກກູເກິລ ເລີ່ມຕົ້ນປີດ້ວຍການປົດພະນັກງານປະມານ1.100ຄົນໃນທີມວິສະວະກຳຮາດແວ. ນອກຈາກນີ້ ອາເມຊອນກໍເລີກຈ້າງພະນັກງານຫຼາຍຮ້ອຍຄົນໃນໜ່ວຍງານທຸລະກິດສະຕີມມິງPrime Videoແລະສະຕູດີໂອ MGM Studio ແລະ ຫຼາຍທຸລະກິດດ້ານເຕັກໂນໂລຊີ ກໍພວມປະເຊີນສະຖານະການໃນລັກສະນະດຽວກັນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ