ການຂັບລົດໄປທ່ອງທ່ຽວດ້ວຍໂຕເອງເອງເປັນສິ່ງໜຶ່ງທີ່ຫຼາຍຕໍ່ຫຼາຍຄົນຢາກໃຫ້ມີ ເພາະສະດວກຕໍ່ການເດີນທາງຈະໄປໃສກໍ່ໄດ້ ທັງປະຢັດຄ່າໃຊ້ຈ່າຍ ບໍ່ຕ້ອງຫຍຸ້ງຍາກເຊົ່າລົດອື່ຶນໆ ແຕ່ທີ່ຜ່ານມາກໍ່ພົບບັນຫາຫຼາຍຢ່າງໃນການໃຊ້ລົດສ່ວນຕົວເພື່ອການທ່ອງທ່ຽວ ມື້ນີ້ ວັນທີ 26 ມັງກອນ2024 ຖືເປັນມື້ດີທີ່ບັນດາປະເທດທີ່ມີຊາຍແດນຮ່ວມກັນເຫັນເຖິງຄວາມສຳຄັນບັນດາດັ່ງກ່າວ ຈຶ່ງນຳເຂົ້າສູ່ການປຶກສາຫາລືຮ່ວມກັນ ເພື່ອພ້ອມກັນປັບປຸງແກ້ໄຂໃຫ້ຖືກຈຸດ.
ກອງປະຊຸມກ່ຽວກັບວຽກງານ ຂໍ້ລິເລີ່ມ Self-drive partnership program ລະຫວ່າງ ລັດຖະມົນຕີ ກຳປູເຈຍ- ລາວ-ມາເລເຊຍ-ໄທ-ຫວຽດນາມ (CLMTV)ໂດຍເຂົ້າຮ່ວມຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດຖະນະທໍາ ແລະ ທ່ອງທ່ຽວ ໃນໂອກາດເຂົ້າ ຮ່ວມກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ 2024 ທີ່ນະ ຄອນຫລວງວຽງຈັນ ລະຫວ່າງວັນທີ 22-27 ມັງກອນ 2024 ນີ້.
ຈຸດປະສົງການພົບປະແລກປ່ຽນ ຄັ້ງນີ້, ຣາຊະອານາຈັກໄທ ໄດ້ສະເໜີຂໍ້ລິເລີ່ມ Self-drive partnership program ຊຶ່ງພາບລວມເຫັນວ່າ ມີຫລາຍກິດຈະກຳ ແລະ ເປັນການຮ່ວມມືໄລ ຍະຍາວ (ໃນເອກະສານບໍໄດ້ລະບຸເລື່ອງກຳນົດເວລາຂອງການ ຮ່ວມມື) ແຕ່ເບິ່ງຈາກຂອບເຂດການຮ່ວມມືແລ້ວ ປະກອບມີ ທັງການອຳນວຍຄວາມສະດວກ, ການຕະຫລາດທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ການພັດທະນາຜະລິດຕະພັນ ການທ່ອງທ່ຽວ ເຊິ່ງເປົ້າໝາຍລວມ ກໍເພື່ອຕອບສະໜອງ ແລະ ສົ່ງເສີມການຮ່ວມມື Self-drive partnership program ຕາມຂໍ້ສະເໜີຂອງ ໄທ ເພື່ອຮ່ວມມືກັບ ສປປ ລາວ ຜັນຂະຫຍາຍຜົນການປຶກສາຫາລື ຮ່ວມກັນ ຂອງວິຊາການທັງຂອງສອງຝ່າຍ ໃນໂອກາດຈັດຕັ້ງກອງປະຊມ ຄະນະກຳມະການທ່ອງທ່ຽວອາຊຽນ ໃນເດືອນກັນຍາ 2023 ທີ່ແຂວງຫລວງພະບາງ ແລະ ຜັນຂະຫຍາຍ ແຜນປະຕິບັດງານການຮ່ວມມື ດ້ານການທ່ອງທ່ຽວ ລາວ-ໄທ ທີ່ໄດ້ກຳນົດໄວ້ໃນ ກອງປະຊຸມຄະນະກຳມະການຮ່ວມ ລາວ ໄທ ຄັ້ງທີ 22 ນັບແຕ່ ເດືອນພະຈິກ 2021 ທີ່ບາງກອກ ປະເທດໄທ.
ພ້ອມກັນນັ້ນ ຍັງໄດ້ລົງເລິກແຜນການຈັດຕັ້ງປະຕິບັດ ແລະ ສົ່ງເສີມການທ່ອງທ່ຽວລຽບຕາມຊາຍແດນຂອງສອງປະເທດ ປະກອບສ່ວນສົ່ງເສີມ ການທ່ອງທ່ຽວໃນຫລາຍຮູບແບບ ຂອງຂໍ້ລິເລີ່ມ Self-drive partnership program ເຊິ່ງປະກອບມີຄື: ການຮ່ວມມືອຳນວຍຄວມສະດວກ ການທ່ອງທ່ຽວ ແລະ ຊາຍແດນ, ການຮ່ວມມືພັດທະນາບຸກຄະລາກອນ, ການຮ່ວມມືສົ່ງເສີມການຕະຫລາດຮ່ວມກັນ, ການຮ່ວມມືພັດທະນາຜະລິດຕະພັນ ແລະ ເຊື່ອມໂຍງການທ່ອງທ່ຽວ.
ທັງຫມົດນີ້ ແມ່ນແນໃສ່ໂຄສະນາສົ່ງເສີມ ການທ່ອງທ່ຽວ ແລະ ການແລກປ່ຽນໄປມາຫາສູ່ກັນ ໃຫ້ຫລາຍຂຶ້ນກວ່າເກົ່າ ໃນຂົງເຂດການຮ່ວມມື ດ້ານການທ່ອງທ່ຽວ ຂອງປະເທດ CLMTV. ສ່ວນການຈັດຕັ້ງປະຕິບັດຕົວຈິງ ຂໍໃຫ້ວິຊາການ ຂອງແຕ່ລະປະເທດ ໄດ້ມີການປຶກສາຫາລື ຮ່ວມກັນ ເພື່ອກຳນົດບັນດາກິດຈະກຳ ເພື່ອເຊື່ອມໂຍງ ການທ່ອງທ່ຽວ ຕາມຂໍ້ລິເລີ່ມ Self-drive partnership program.
ຂອບໃຈຂ່າວຈາກ: ຂປລ