ທົ່ວເມືອງວິລະບູລີ ມີໂຮງງານອຸດ ສາຫະກໍາ-ຫັດຖະກຳ100ກວ່າແຫ່ງ

0
190

 

ຫ້ອງການອຸດສາຫະກໍາ ແລະການຄ້າ(ອຄ)ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ອຄ ປະຈໍາປີ 2023 ແລະວາງທິດທາງແຜນການປະຈໍາປີ 2024ໃນວັນທີ 25 ມັງກອນ 2024 ຢູ່ທີ່ສະໂມສອນໃຫຍ່ ຂອງເມືອງວິລະບູລີ ເປັນປະທານຮ່ວມຂອງທ່ານ ວາລິຍະ ສີຈັນທອງທິບ ເຈົ້າເມືອງວິລະບູລີ ແລະ ທ່ານ ວັນແສງ ແກ້ວບຸນພັນ ຫົວໜ້າພະແນກ ອຄ ແຂວງ ສະຫວັນນະເຂດ.


ທ່ານ ພູວະນາດ ບຸນສີພົມ ຫົວໜ້າຫ້ອງການ ອຄ ເມືອງວິລະບູລີ ກໍໄດ້ຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ອຄ ປະຈໍາປີ 2023 ວ່າ: ໃນທົ່ວເມືອງ ວິລະບູລີ ມີໂຮງງານອຸດສາຫະກຳ-ຫັດຖະກຳ ທັງໝົດ 101 ແຫ່ງ ມີໂຮງງານຂະໜາດກາງ 9 ແຫ່ງ, ຂະໜາດນ້ອຍມີ 92 ແຫ່ງ, ໃນນີ້ ໂຮງງານນໍ້າດື່ມ 6 ແຫ່ງ, ໂຮງງານປຸງແຕ່ງໄມ້ 3 ແຫ່ງ, ເຟີນີເຈີໄມ້ 1 ແຫ່ງ, ເຕົາຖ່ານມີ 2 ແຫ່ງ, ໂຮງງານດິນບ໋ອກມີ 10 ແຫ່ງ, ໂຮງງານນໍ້າກ້ອນມີ 7 ແຫ່ງ, ໂຮງງານໄມ້ທູ່ມີ 2 ແຫ່ງ, ໂຮງສີເຂົ້າມີ 62 ແຫ່ງ, ໂຮງຂ້າສັດມີ 1 ແຫ່ງ, ໂຮງເຂົ້າປຸ້ນມີ 2 ແຫ່ງ, ໂຮງຜະລິດໂຮງສົບມີ 2 ແຫ່ງ, ໂຮງງານຕັດຫຍິບມີ 3 ແຫ່ງ ມີມູນຄ່າການລົງທຶນທັງໝົດ 7 ຕື້ 646 ລ້ານກວ່າກີບ ແລະ ໃນໜຶ່ງປີຜ່ານມາສາມາດຕໍ່ໃບດຳເນີນກິດຈະການ ແລະ ໃບອະນຸຍາດສ້າງຕັ້ງໄດ້ 39 ແຫ່ງ. ວຽກງານນໍາເຂົ້າ ແລະ ສົ່ງອອກ: ໄດ້ຕິດຕາມກວດກາປະເພດສິນຄ້າຕ່າງໆ ທີ່ເຄື່ອນຍ້າຍຈໍາໜ່າຍອອກຕ່າງເມືອງ, ຕ່າງແຂວງ ໃນນີ້ ສາມາດອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າປະເພດງົວ, ຄວາຍ ໄດ້ 720 ໂຕ ລວມມູນຄ່າ 2 ຕື້ 711ລ້ານກີບ. ປະເພດແບ້ໄດ້ 1.320 ໂຕ ລວມມູນຄ່າ 396 ລ້ານກີບ, ປະເພດເຫຼັກເສດໄດ້ 350 ໂຕນ ມູນຄ່າ 514 ລ້ານກວ່າກີບ.


ດ້ານການເຄື່ອນໄຫວທຸລະກິດຂະໜາດນ້ອຍ, ຂະໜາດກາງ ແມ່ນມີການຫັນປ່ຽນ ແລະ ມີທ່າກ້າວຂະຫຍາຍຕົວຢ່າງຕັ້ງໜ້າ ປະຈຸບັນ ມີກຸ່ມທຸລະກິດຊຸມຊົນ 22 ກຸ່ມ ( ມີກຸ່ມປູກ, ກຸ່ມລ້ຽງເປັນສິນຄ້າ ແລະກຸ່ມບໍລິການ ) ມີກຸ່ມສະຫະກອນປູກໝາກກ້ຽງ, ກຸ່ມຕັດຫຍິບເຄື່ອງແບບກຳມະກອນ, ກຸ່ມຕັດຫຍິບຜ້າຝ້າຍ, ກຸ່ມຊື້ສັດ-ຂາຍຊີ້ນ, ກຸ່ມສິນຄ້າໂອດ໋ອບ ( ມີຜະລິດຕະພັນແຈ່ວນໍ້າຜັກ, ກ້ວຍອົບເນີຍ, ນໍ້າຢາລ້າງເຄື່ອງໃຊ້ຄົວເຮືອນ) ນອກຈາກນີ້ ກໍໄດ້ເອົາໃຈໃສ່ໃນການລົງຕິດຕາມກວດກາ ແລະຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດເປັນປົກກະຕິ, ຜ່ານການກວດກາ ຈຳນວນ 75 ຫົວໜ່ວຍ ພົບເຫັນສິນຄ້າໝົດອາຍຸ, ສິນຄ້າຫ້າມຈຳໜ່າຍ, ສິນຄ້າລອກຮຽນແບບ ແລະ ສິນຄ້ານອກລະບົບ ຈຳນວນ 26 ລາຍການ ລວມເປັນມູນຄ່າ 3.511.000 ກີບ ແລະ ໄດ້ຈັດພິທີທໍາລາຍ ໃນຄັ້ງວັນທີ 18 ມັງກອນ 2024. ນອກຈາກນີ້ ກໍໄດ້ຕິດຕາມກວດ ກາການຈໍາໜ່າຍນໍ້າມັນເຊື້ອໄຟ (ປໍ້າອີ້ວ) ທີ່ບໍ່ຖືກຕ້ອງຕາມລະບຽບການ, ພ້ອມເຮັດບົດບັນທຶກກ່າວເຕືອນ ແລະ ໃຫ້ຢຸດເຊົາໄດ້ 6 ຫົວໜ່ວຍ. ຈາກນັ້ນ ກອງປະຊຸມ ກໍໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນຮ່ວມກັນ ຕໍ່ກັບວຽກງານອຸດສາຫະກໍາ ແລະການຄ້າ ໂດຍໄດ້ຍົກໃຫ້ເຫັນບັນດາຂໍ້ສະດວກ, ຂໍ້ຫຍຸ້ງຍາກຕ່າງໆ ແລະວິທາງແກ້ໄຂໃນຕໍ່ໜ້າ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ໄດ້ຮັບຜົນສໍາເລັດດີຂຶ້ນກວ່າເກົ່າ.

LEAVE A REPLY

Please enter your comment!
Please enter your name here