ຜູ້ແທນຂະແໜງທ່ອງທ່ຽວອາຊຽນ ແລກປ່ຽນຫຼາຍບັນຫາ

0
147

 

ກອງປະຊຸມສໍາມະນາການທ່ອງທ່ຽວອາຊຽນ (ASEAN Tourism Conference (ATC) ຈັດຂຶ້ນລະຫວ່າງວັນທີ 25-26 ມັງກອນ 2024 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ເປັນກຽດກ່າວເປີດໂດຍທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ມີບັນດາແຂກຮັບເຊີນຈາກປະເທດເພື່ອນມິດອາຊຽນ, ບັນດາຜູ້ປະກອບການທີ່ກ່ຽວຂ້ອງ ພ້ອມດ້ວຍສື່ມວນຊົນ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ໂອກາດດັ່ງກ່າວ: ທ່ານ ໂພສີ ແກ້ວມະນີວົງ ໄດ້່ກ່າວວ່າ: ກອງປະຊຸມສໍາມະນານີ້ຈະໄດ້ຈັດຂຶ້ນເປັນເວລາ 2 ວັນ ຄື: ວັນທີ 25 ແລະ 26 ມັງກອນ 2024 ປະກອບມີຫຼາຍຫົວຂໍ້ທີ່ໜ້າສົນໃຈ ຈະໄດ້ຍົກຂຶ້ນມາສົນທະນາ ແລະ ປຶກສາຫາລື ໃນນັ້ນລວມມີ: ບັນຫາຄວາມຍືນຍົງຂອງການພັດທະນາການທ່ອງທ່ຽວ, ການນໍາໃຊ້ສື່ສັງຄົມອອນລາຍເພື່ອໂຄສະນາການທ່ອງທ່ຽວ, ການນຳໃຊ້ທ່າແຮງຂອງການທ່ອງທ່ຽວແບບຜະຈົນໄພເພື່ອສົ່ງເສີມການທ່ອງທ່ຽວແບບຍືນຍົງ. ນອກນັ້ນ, ໃນກອງປະຊຸມສໍາມະນາຄັ້ງນີ້ ພວກເຮົາຈະໄດ້ ແລກປ່ຽນບົດຮຽນກ່ຽວກັບ ການສ້າງປະສົບການທີ່ເປັນເອກະລັກຂອງ ບັນດາຈຸດໝາຍປາຍທາງການທ່ອງທ່ຽວໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ຈາກຜູ້ປະກອບການ ທີ່ປະສົບຜົນສຳ ເລັດ ດ້ານການທ່ອງທ່ຽວ ທັງພາຍໃນ ແລະ ພາກພື້ນ, ພວກເຮົາຈະໄດ້ພ້ອມກັນຮຽນຮູ້ກ່ຽວກັບຄວາມຕ້ອງການຂອງຕະຫຼາດທ່ອງທ່ຽວຈີນ ເຊິ່ງຖືເປັນຕະຫຼາດສໍາຄັນຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງພວກເຮົາ.

ໃນກອງປະຊຸມນີ້ ພາກທຸລະກິດໃນຂະແໜງການທ່ອງທ່ຽວ ຂອງ ສປປ ລາວ ໄດ້ແລກປ່ຽນບົດຮຽນກັບບັນດາຜູ້ແທນກອງປະຊຸມ ກ່ຽວກັບການດໍາເນີນທຸລະກິດການທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມ ແລະ ສົນທະນາກ່ຽວກັບ ວິທີການບອກເລົ່າເລື່ອງລາວກ່ຽວກັບ ຈຸດໝາຍປາຍທາງການທ່ອງທ່ຽວ ເຊັ່ນການເຊື່ອມໂຍງສະຖານທີ່ທ່ອງທ່ຽວກັບປະຫວັດສາດ, ບອກເລົ່າເລື່ອງລາວ ແລະ ຄວາມເຊື່ອ, ຊຶ່ງຈະເປັນການເພີ່ມມູນຄ່າໃຫ້ກັບຈຸດຫມາຍປາຍທາງການທ່ອງທ່ຽວນັ້ນຜ່ານເລື່ອງລາວປະຫວັດຄວາມເປັນມາ.
ໃນມື້ທີ 2, ພວກເຮົາຈະໄດ້ສຶກສາຮຽນຮູ້ ທ່າອ່ຽງໃນອະນາຄົດ ກ່ຽວກັບການທ່ອງທ່ຽວໃນພາກພື້ນ ນອກນີ້, ຈະໄດ້ຮັບຟັງ ທັດສະນະຄະຕິຂອງພາກທຸລະກິດ ກ່ຽວກັບການຢັ້ງຢືນມາດຕະຖານ ຄວາມຍືນຍົງ ແລະ ການມີສ່ວນຮ່ວມຂອງອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການສະໜັບສະໜູນໂຄງການ ຢັ້ງຢືນມາດຕະ ຖານຄວາມຍືນຍົງ ແລະ ເປັນຫຍັງມາດຕະຖານດັ່ງກ່າວຈິ່ງມີຄວາມສໍາຄັນ ແລະ ບັນຫາ ອື່ນໆ


ທ່ານ ກ່າວຕື່ມວ່າ: ເຊື່ອໝັ້ນວ່າ ຜົນຂອງການສົນທະນາ ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບແຕ່ລະຫົວຂໍ້ໃນກອງປະຊຸມສໍາມະນາ ຄັ້ງນີ້ ຈະນໍາໄປສູ່ການຮ່ວມມືກັນໃນການກໍານົດທິດທາງ, ແຜນການ, ແຜນງານ ແລະ ຜັນຂະຫຍາຍເປັນກິດຈະກຳ ຫຼື ໂຄງການພັດທະນາ ຢ່າງລະອຽດ ເພື່ອສືບຕໍ່ພັດທະນາການທ່ອງທ່ຽວໃນຂົງເຂດອາຊຽນ ແລະ ໃນໂລກໃຫ້ມີການຂະຫຍາຍຕົວຍິ່ງໆຂຶ້ນ.
ພ້ອມດຽວກັນນັ້ນ, ທ່ານ ຍັງກ່າວ ເຊີນຊວນບັນດາທ່ານແຂກຍາດເວລາທ່ຽວຊົມສະຖານທີ່ທ່ອງທ່ຽວທີ່ສໍາຄັນພາຍໃນນະຄອນຫຼວງວຽງຈັນ ແລະ ສະຖານທີ່ອື່ນໆໃນ ສປປ ລາວ, ຊີມອາຫານລາວ, ແລະ ຊື້ຂອງຝາກກັບຄືນເມືອບ້ານ; ເກັບກ່ຽວປະສົບການ ແລະ ຊ່ວຍໂຄສະນາການທ່ອງທ່ຽວຂອງ ສປປ ລາວ ໃຫ້ກວ້າງຂວາງຍິ່ງຂຶ້ນຕື່ມ.

LEAVE A REPLY

Please enter your comment!
Please enter your name here