ມາເລເຊຍຢູ່ອັນດັບ4 ຂອງປະເທດອາຊຽນທີ່ມາທ່ຽວ ສປປ ລາວ

0
132

ຂໍ້ມູນເປີດເຜີຍໃນກອງປະຊຸມປຶກສາຫາລືຮ່ວມກັນໃນການພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ເພື່ອເພີ່ມທະວີຮັດ ແໜ້ນການຮ່ວມມື ແລະ ການເປັນຄູ່ຮ່ວມຍຸດທະສາດ ທີ່ຈັດຂຶ້ນໃນວັນທີ 24 ມັງກອນ 2024 ນີ້ ໂດຍການເຂົ້າຮ່ວມພົບປະຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ລາວ ແລະທ່ານ ດາໂຕ ຊີ ຕຽງ ກິງ ຊິງ ລັດຖະມົນຕີ ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ, ທີ່ໂຮງແຮມແລນມາກ.

No description available.

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງ ຖວທ ລາວ ກ່າວວ່າ:  ນັບແຕ່ການສ້າງຕັ້ງສາຍພົວພັນການທູດລາວ-ມາເລເຊຍ ໃນ 1966 ທີ່ຜ່ານມ ຂອບການຮ່ວມມືສອງຝ່າຍຂອງພວກເຮົາໄດ້ຮັບການເສີມຂະຫຍາຍໃຫ້ກວ້າງຂວາງ ແລະ ເລິກເຊິ່ງຍິ່ງຂື້ນ ອັນໄດ້ນໍາເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດ ແລະ ການພັດທະນາໃນຂົງເຂດພາກພື້ນຂອງພວກເຮົາ
ສຳລັບສະຖິຕິນັກທ່ອງທ່ຽວ ມາເລເຊຍ ເຂົ້າມາທ່ອງທ່ຽວ ສປປ ລາວ ໃນປີ 2023 ແມ່ນມີ 14.990 ເທື່ອຄົນ ຖືເປັນອັນດັບ 4 ຈາກບັນດານັກທ່ອງທ່ຽວ ພາກພື້ນ ອາຊຽນ ມາທ່ຽວ ສປປ ລາວ.

No description available.

ໃນການປຶກສາຫາລື ທັງສອງຝ່າຍໄດ້ຍົກເອົາຂໍ້ລິເລີ່ມ ການສ້າງ MOU ດ້ານການທ່ອງທ່ຽວ ຊຶ່ງປັດຈຸບັນ ສອງຝ່າຍ ແມ່ນປະຕິບັດ ໄປຕາມຂອບການຮ່ວມມື ຄະນະກຳມະການຮ່ວມມືລາວ-ມາເລເຊຍ (JC) ທີ່ມີກະຊວງ ການຕ່າງປະເທດ ເປັນກອງເລຂາ.
ທ່ານ ດາໂຕ ຊີ ຕຽງ ກິງ ຊິງ, ລັດຖະມົນຕີ ກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳ ມາເລເຊຍ ກ່າວບາງຕອນວ່າ: ການຮ່ວມມືລະຫວ່າງ ສອງກະຊວງຂະແໜງ ການຂອງພວກເຮົາ ໂດຍສະເພາະຂໍ້ລິເລີ່ມໃນການສ້າງບົດບັນທຶກເພື່ອຮ່ວມມືກັນ ໃນຂະແໜງການທ່ອງທ່ຽວ ເພື່ອເຮັດໃຫ້ວຽກງານຮ່ວມທີ່ກ່າວມານັ້ນ ໄດ້ມີຂໍ້ສະດວກ ແລະ ມີປະສິດທິຜົນຫຼາຍກວ່າເກົ່າ. ພ້ອມນີ້ຍັງມີຂໍ້ສະເໜີດັ່ງນີ້:

No description available.

1). ເຫັນດີ ໃຫ້ສ້າງຕັ້ງໜ່ວຍງານວິຊາການ ຂອງທັງສອງຝ່າຍ ຊຶ່ງຈະປະກອບດ້ວຍບັນດາກົມກອງທີ່ກ່ຽວຂ້ອງ ເພື່ອຊຸກຍູ້ ແລະ ປະເມີນຜົນກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ໃນວຽກງານການຮ່ວມມືສອງຝ່າຍ;

2). ສະເໜີໃຫ້ໜ່ວຍງານວິຊາການທີ່ກ່າວມານີ້ ໄດ້ມີການພົບປະ ແລກປ່ຽນປຶກສາຫາລືກັນ ໃນເບື້ອງຕົ້ນກ່ອນ ເພື່ອທົບທວນຮ່າງບົດບັນທຶກທີ່ພວກເຮົາ ໄດ້ແລກປ່ຽນກັນໃນມື້ນີ້ ເພື່ອໃຫ້ມີຄວາມເປັນເອກະພາບກັນ ແລະ ເພື່ອຜ່ານຂະບວນການອະນຸມັດພາຍໃນຂອງຕົນ ກ່ອນການລົງນາມຮ່ວມກັນ;

3). ສະເພາະສະຖານທີ່ ຈະລົງນາມຮ່ວມກັນຂອງທັງສອງຝ່າຍນັ້ນ ເຫັນວ່າອາດຈະຈັດຂື້ນໄດ້ ຢູ່ທີ່ ສປປ ລາວ ຫຼື ຢູ່ມາເລເຊຍນັ້ນ ກໍ່ແລ້ວແຕ່ເງື່ອນໄຂ ກາລະໂອກາດຂອງສອງຝ່າຍ.

No description available.

 

LEAVE A REPLY

Please enter your comment!
Please enter your name here