ເທດສະການອາຫານລາວ ປີ 2024 ໄຂຂຶ້ນໃນວັນທີ 23 ມັງກອນ ທີ່ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມວັດທະນະທໍາ ດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ ເຊິ່ງຈະດຳເນີນໄປເຖິງວັນທີ 27 ມັງກອນ.
ເຂົ້າຮ່ວມເປີດງານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ; ມີພັນລະຍາທ່ານນາຍົກລັດຖະມົນຕີ ແລະ ພັນລະຍາບັນດາການນຳ, ບັນດາທ່ານທູດ-ທູຕານຸທູດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ປະທານຄະນະກໍາມະການຈັດງານເທດສະການອາຫານລາວ ກ່າວເປີດງານວ່າ: ໃນທ່າມກາງທີ່ພັກລັດຖະບານພວມກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອເປັນເຈົ້າພາບກອງປະຊຸມລະດັບອາຊຽນໃນປີ 2024 ນີ້, ເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມວັດທະນະທໍາ ດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ, ທັງເປັນການໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກໃນລະດັບອາຊຽນ, ພາກພື້ນ ແລະ ສາກົນ. ມື້ນີ້ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ ໄດ້ເປີດງານເທດສະການອາຫານລາວປະຈໍາປີ 2024 ພາຍໃຕ້ຄໍາຂວັນ: “ຊີມອາຫານລາວ ທ່ອງທ່ຽວລາວປີ 2024” (Tasting Lao food visit Laos year 2024) ຂຶ້ນຢ່າງເປັນທາງການດ້ວຍຈຸດປະສົງ:
ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃຫ້ແກ່ກັບສະມາຊິກພາຍໃນສະມາຄົມນັກທຸລະກິດຍິງ ແລະຜູ້ປະກອບການດ້ວຍກັນທົ່ວປະເທດ ແລະ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຊີມ, ຊື້ ແລະ ຖືກັບບ້ານໄດ້. ທັງນີ້ເພື່ອເສີມສ້າງ ຄວາມສາມາດໃຫ້ຜູ້ປະກອບການທີ່ມາວາງຂາຍສິນຄ້າໃນງານ ໄດ້ຍົກສູງຄຸນນະພາບຂອງສິນຄ້າ ໂດຍສະເພາະການປຸງແຕ່ງອາຫານໃຫ້ຖືກຕາມມາດຕະຖານ ໃຫ້ເປັນທີ່ດຶງດູດລູກຄ້າຫລາຍຂຶ້ນກວ່າເກົ່າ ເພື່ອຮອງຮັບແຂກລະດັບຊາດ ແລະລະດັບສາກົນ.
ເພື່ອສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ແກ່ ຜູ້ປະກອບການທາງດ້ານອາຫານ ກ້າວໄປເຖິງສາມາດສ້າງເປັນ ແບຣນ(BRAND)ອາຫານເອກະລັກແບບລາວໆ ແລະຈັດຈໍາໜ່າຍອອກສູ່ສາກົນໄດ້ຫລາຍກວ່າເກົ່າ.
ເທດສະການອາຫານລາວ ປີ 2024 ນີ້ ຈະໄດ້ດໍາເນີນໄປເປັນເວລາ 5 ວັນໂດຍເລີ່ມ ແຕ່ວັນທີ 23-27/01/2024 ເລີ່ມແຕ່ເວລາ 9:00 ຕອນເຊົ້າຮອດ 10:00 ໂມງກາງຄືນຂອງທຸກວັນ. ມີຈໍານວນຮ້ານຂາຍແມ່ນ 180 ຮ້ານ, ໃນນັ້ນມີຮ້ານອາຫານເອກະລັກຂອງແຕ່ລະທ້ອງຖິ່ນແບບລາວໆ, ອາຫານລາວປະຍຸກ, ອາຫານປະເພດຂອງຫວານ ລວມ 165 ຮ້ານ, ສິນຄ້າຫັດຖະກໍາ 15 ຮ້ານ. ຄາດວ່າ ປີນີ້ຈະມີເງິນໝູນວຽນໃນງານ ປະມານ 6 ຕື້ກີບ.
ກິດຈະກໍາໃນງານ ມີການສະແດງສິລະປະພື້ນເມືອງລາວ, ສາທິດ ການເຮັດເຂົ້າໜົມລາວ,ສໍາມະນາຫົວຂໍ້: ການບໍລິຫານທຸລະກິດຂະໜາດນ້ອຍ(ການວາງແຜນການຕະຫລາດ), ປະກວດ ແກະສະຫລັກໝາກໄມ້ນາໆພັນ ພ້ອມຂາຍເຂົ້າໜົມແບບລາວໆ(ມີ 3 ລາງວັນ) ແລະ ກິດຈະກຳອື່ນໆອີກ.