ເທດສະການອາຫານລາວ 180 ຮ້ານພ້ອມເສີບ ໄປຊິມນຳກັນເດີ້ທຸກຄົນ

0
190

ສູນກາງສະຫະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເປີດງານເທດສະການອາຫານລາວປະຈໍາປີ 2024 ພາຍໃຕ້ຄໍາຂວັນ ຊິມອາຫານລາວ ທ່ອງທ່ຽວລາວປີ 2024 (Tasting Lao food visit Laos year 2024) ຂຶ້ນຢ່າງເປັນທາງການ ໃນວັນທີ 23 ມັງກອນ ນີ້ ທີ່ ສວນເຈົ້າອະນຸວົງ ນະຄອນຫຼວງວຽງຈັນ.

May be an image of 4 people and text
ທ່ານ ນາງ ຈັນທະຈອນ ວົງໄຊ ປະທານຄະນະບໍລິຫານ ສທຍ ຕາງໜ້າຄະນະກໍາມະການຈັດງານເທດສະການອາຫານປະຈຳປີ 2024 ກ່າວວ່າ: ງານຄັ້ງນີ້ ຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງ ແລະ ຄວາມສາມັກຄີ ໃຫ້ສະມາຊິກພາຍໃນສະມາຄົມນັກທຸລະກິດຍິງ ແລະ ຜູ້ປະກອບການດ້ວຍກັນທົ່ວປະເທດ ແລະ ເພື່ອຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຊິມ, ຊື້ ແລະ ຫີ້ວຖືສິນຄ້າກັບບ້ານໄດ້ ເພື່ອເສີມສ້າງຄວາມສາມາດໃຫ້ຜູ້ປະກອບການທີ່ມາວາງຂາຍສິນຄ້າໃນງານ, ໄດ້ຍົກສູງຄຸນນະພາບຂອງສິນຄ້າ ໂດຍສະເພາະການປຸງແຕ່ງອາຫານໃຫ້ຖືກຕາມມາດຕະຖານ ໃຫ້ເປັນທີ່ດຶງດູດຂອງລູກຄ້າຫຼາຍຂຶ້ນກວ່າເກົ່າ ເພື່ອຮອງຮັບແຂກລະດັບຊາດ ແລະ ລະດັບສາກົນ, ທັງເປັນການສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ແກ່ຜູ້ປະກອບການທາງດ້ານອາຫານກ້າວໄປເຖິງສາມາດສ້າງເປັນ ແບຣນ(BRAND) ອາຫານເອກະລັກແບບລາວໆ ແລະ ຈັດຈໍາໜ່າຍອອກສູ່ສາກົນໄດ້ຫຼາຍກວ່າເກົ່າ.

May be an image of 1 person
ງານຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 5 ວັນໂດຍເລີ່ມ ແຕ່ວັນທີ 23-27 ມັງກອນ 2024 ເລີ່ມເປີດເວລາ 9:00 ໂມງເຊົ້າ ຮອດ 10:00 ໂມງກາງຄືນ, ມີຮ້ານເຂົ້າຮ່ວມ 180 ຮ້ານ ໃນນັ້ນມີຮ້ານອາຫານເອກະລັກຂອງແຕ່ລະທ້ອງຖິ່ນແບບລາວໆ, ອາຫານລາວປະຍຸກ, ອາຫານປະເພດຂອງຫວານ ລວມ 165 ຮ້ານ, ສິນຄ້າຫັດຖະກໍາ 15 ຮ້ານ. ຄາດວ່າ ປີນີ້ຈະມີເມັດເງິນ ໝູນວຽນໃນງານເທດສະການອາຫານ ປະມານ 6 ຕື້ກີບ. ພາຍໃນງານມີການສະແດງສີລະປະພື້ນເມືອງລາວ, ຂາຍອາຫານລາວເອກະລັກຂອງ 18 ແຂວງໃນລາວ, ມີການສາທິດການເຮັດເຂົ້າໜົມລາວ, ສໍາມະນາຫົວຂໍ້: ການບໍລິຫານທຸລະກິດຂະໜາດນ້ອຍ (ການວາງແຜນການຕະຫຼາດ), ແຂ່ງຂັນແກະສະຫຼັກໝາກໄມ້ນາໆພັນ ພ້ອມຂາຍເຂົ້າໜົມແບບລາວ ແລະ ອື່ນໆ.

May be an image of 6 people and text
(ຂໍ້ມູນ ໜັງສືພິມວຽງຈັນໃໝ່)

LEAVE A REPLY

Please enter your comment!
Please enter your name here