ຜົ້ງສາລີ ປະກາດ 6 ຫົວໜ່ວຍ ໄດ້ຮັບກາໝາຍໂອດ໊ອບ

18 Jan 2024

ຄລິກແຊຣ໌ 0 Facebook WhatsApp

ພິທີປະກາດການນຳໃຊ້ກາໝາຍ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ ຫຼື ໂອດ໊ອບ ຈັດຂຶ້ນໃນຕອນບ່າຍວັນທີ 16 ມັງກອນ 2024 ທີ່ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ.

อาจเป็นรูปภาพของ 7 คน และ ข้อความ

ໃນພິທີ ທ່ານ ນາງ ຄໍາ ວັນນະວົງ ຕາງໜ້າໂຮງງານປຸງແຕ່ງຊາ ຍອດຊາສັນພູມົງເຈົາ ໄດ້ລາຍງານປະຫວັດຄວາມເປັນມາຂອງສິນຄ້າໂອດ໊ອບ 6 ກາໝາຍໂດຍຫຍໍ້.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ຈາກນັ້ນ, ທ່ານ ຄຳເຫຼັກ ແສນທະພູມ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ທັງເປັນຄະນະກໍາມະການຄັດເລືອກສິນຄ້າໂອດ໊ອບຂັ້ນແຂວງ ໄດ້ລາຍງານກ່ຽວກັບການຊຸກຍູ້ສົ່ງເສີມສິນຄ້າທ່າແຮງ ເປັນສິນຄ້າໂອດ໊ອບ ວ່າ: ໄລຍະຜ່ານມາທາງພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ລົງສົມທົບກັບອົງການປົກຄອງເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າແຂວງ ເມືອງ ແລະ ຄະນະກໍາມະການຄັດເລືອກສິນຄ້າ ແລະ ບໍລິການເອກະລັກ ໜຶ່ງເມືອງ ໜຶ່ງຜະລິດຕະພັນຂັ້ນເມືອງລົງເກັບກໍາສິນຄ້າທ່າແຮງຢູ່ບັນດາບ້ານເປົ້າໝາຍ ທີ່ມີທ່າແຮງ ມູນເຊື້ອໃນການຜະລິດສິນຄ້າຊົມໃຊ້ຄອບຄົວ ແລະ ຈໍາໜ່າຍຕາມທ້ອງຕະຫຼາດ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ຈາກນັ້ນ ໄດ້ຈັດກອງປະຊຸມ ແລະ ສ້າງບົດບັນທຶກມອບ ຄວາມຮັບຜິດຊອບ ໃຫ້ແຕ່ລະຂະແໜງການຂັ້ນແຂວງ ແລະ ເມືອງ ເພື່ອສືບຕໍ່ໃນການຕິດຕາມ ແລະ ຊຸກຍູ້ການຜະລິດ ຂອງປະຊາຊົນຕາມພາລະບົດບາດດ້ວຍການຈັດຝຶກອົບອົບຮົມສ້າງຄວາມເຂັ້ມແຂງດ້ານການບໍລິຫານຈັດການກຸ່ມ, ດ້ານເຕັກນິກການຜະລິດ, ການອອກແບບຜະລິດຕະພັນ, ການຫຸ້ມຫໍ່ ແລະ ການເຂົ້າສູ່ຕະຫຼາດ ທັງພາຍໃນ ແລະ ຕ່າງປະເທດ ໂດຍການໂຄສະນາຜ່ານທາງເຟສ ບຸ໊ກ, ແຜ່ນພັບ ແລະ ການນໍາເອົາສິນຄ້າໄປວາງສະແດງ-ຂາຍໃນ ງານຕະຫຼາດ, ງານບຸນສໍາຄັນຂອງຊາດ, ງານເທດສະການຊາ ທັງພາຍໃນ ແລະ ຕ່າງປະເທດ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ຜ່ານຈາກການສົ່ງເສີມຂອງແຕ່ຂະແໜງການ, ຈາກຂັ້ນແຂວງ, ຂັ້ນເມືອງ ຕາມຂັ້ນຕອນແລ້ວທາງກົມສົ່ງເສີມການຄ້າ ຈຶ່ງໄດ້ພິຈາລະນາອອກໃບອະນຸຍາດ ນໍາໃຊ້ກາໝາຍໂອດ໊ອບ ແຫ່ງຊາດ ຕາມ ລະບຽບການ ລວມ ມີ 6 ກາໝາຍຄື: ວິສາຫະກິດສ່ວນບຸກຄົນ ຮ້ານຂາຍ ຊາ ກຸ້ຍອີງ, ໂຮງງານປຸງແຕ່ງຊາ ຍອດຊາ ສັນພູມົງເຈົາ ຈໍາກັດຜູ້ດຽວ ເມືອງຜົ້ງສາລີ; ຍູກວາດ ຂອງບໍລິສັດ ຄໍາຕັນ ສຸກທອງ ຈໍາກັດຜູ້ດຽວ ບ້ານໂພນ ໂຮມ, ກຸ່ມຜະລິດເຄື່ອງຫັດຖະກຳຈັກສານຫວາຍ ແລະ ໄມ້ປ່ອງ ບ້ານງາຍເໜືອ ແລະ ກຸ່ມຫັດຖະກຳເຄື່ອງຫັດຖະກໍາ ຊົນເຜົ່າອາຄາປີລາໂຈ ບ້ານຜາປູນເກົ່າ ຂອງເມືອງບຸນເໜືອ; ວິສາຫະກິດສ່ວນບຸກຄົນ ເຫຼົ້າພື້ນເມືອງ ກາພູຕ່າຊານ ຂອງ ເມືອງຍອດອູ.

อาจเป็นรูปภาพของ 4 คน, แท่นบรรยาย และ ข้อความ

ຮອດປັດຈຸບັນທົ່ວແຂວງມີສິນຄ້າ ໂອ໊ດອບ ທັງໝົດ 28 ກາໝາຍ, 119 ຜະລິດຕະພັນ ໃນນັ້ນ: ເມືອງຜົ້ງ ສາລີ 9 ຫົວໜ່ວຍ ກວມ 32,1%, ເມືອງບຸນເໜືອ 7 ຫົວໜ່ວຍ ກວມ 25%, ເມືອງຂວາ 3 ຫົວໜ່ວຍ 10,7%, ເມືອງຍອດ ອູ 3 ຫົວໜ່ວຍ ກວມ 10,7%, ເມືອງບຸນໃຕ້ 2 ຫົວໜ່ວຍ ກວມ 7,1%, ເມືອງສໍາພັນ 2 ຫົວໜ່ວຍ ກວມ 7,1% ແລະ ເມືອງໃໝ່ 2 ຫົວໜ່ວຍ ກວມ 7,1%; ມີມູນຄ່າການຜະລິດທັງໝົດ 10,47 ຕື້ກີບ, ມູນຄ່າຈໍາໜ່າຍ 18,38 ຕື້ກີບ.

อาจเป็นรูปภาพของ 10 คน, แท่นบรรยาย และ ข้อความ

ໃນພິທີ ທ່ານ ທະນູຄຳ ປິດຈະວົງ ຫົວໜ້າພະແນກອຸດສະຫະກຳ ແລະ ການຄ້າແຂວງໄດ້ຂຶ້ນມອບປ້າຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ຈຳນວນ 6 ກາໝາຍ ແລະ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ, ຂຶ້ນມອບໃບອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນ ແຫ່ງຊາດ ແລະ ຕາງໜ້າບັນດາທ່ານຫົວໜ່ວຍທຸລະກິດ, ກຸ່ມຜະລິດ ຂຶ້ນຮັບຕາມລຳດັບ.

ທ່ານ ເຈົ້າແຂວງຍັງໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ໂດຍເນັ້ນໃຫ້ສຸມໃສ່ຊຸກຍູ້ສົ່ງເສີມການຜະລິດຕິດພັນກັບການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ເພື່ອທົດແທນການນໍາເຂົ້າ ແລະ ຕິດພັນກັບການຜະລິດສົ່ງອອກ ໃຫ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ໃຫ້ເອົາໃຈໃສ່ ພັດທະນາສິນຄ້າ ໂອດ໊ອບ ໃຫ້ມີຄຸນນະພາບສູງຂຶ້ນ, ສຳຄັນແມ່ນໃຫ້ສະອາດ, ປອດສານພິດ ແລະ ການຫຸ້ມຫໍ່ໃຫ້ມີຄວາມຈົບງາມ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ