ຫາລືດ້ານການອໍານວຍຄວາມສະດວກ ທາງດ້ານການຄ້າອາຊຽນ

0
98

ກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງອຸດສາຫະກໍາ ແລະ ການຄ້າ ( ອຄ ) ໃນນາມເປັນຈຸດປະສານງານວຽກງານການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນຂອງ ສປປ ລາວ ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກໍາມະການທີ່ປຶກສາຮ່ວມດ້ານການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ (ASEAN Trade Facilitation Joint Consultative Committee) ຄັ້ງທີ 28 ຂຶ້ນໃນວັນທີ 13-15 ມັງກອນ 202, ທີ່ໂຮງແຮມລາວພລາຊານະຄອນຫຼວງວຽງຈັນ.

อาจเป็นรูปภาพของ 10 คน และ ข้อความพูดว่า "ASEAN LAO PDR 2024 ndResllence THE TWENTY-EIGHTH TWENTY MEETING OF THE ASEAN TRADE FACILITATION JOINT CONSULTATIVE COMMITTEE (28th ATF-JCC MEETING) 13-15 January 2024, Vientiane, Lao PDR"

ພາຍໃຕ້ການເປັນປະທານຂອງ ທ່ານ ແສງອາລຸນ ວິໄລສັກ ຮອງຫົວໜ້າກົມເຈລະຈາການຄ້າ ແລະ ຮ່ວມມືເສດຖະກິດສາກົນ, ກະຊວງ ອຄ; ໂດຍມີຄະນະຜູ້ແທນຈາກ 10 ປະເທດສະມາຊິກອາຊຽນ, ຕີມໍແລັດສະເຕ ໃນນາມປະເທດສັງເກດການ, ກອງເລຂາອາຊຽນ, ພ້ອມທັງຕາງໜ້າຈາກບັນດາຂະແໜງທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ຂອງ ສປປ ລາວ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ແມ່ນເພື່ອຕິດຕາມການຈັດຕັ້ງປະຕິບັດບັນດາພັນທະຂອງປະເທດສະມາຊິກ ໃນການອໍານວຍ ຄວາມສະດວກໃຫ້ແກ່ການຄ້າພາຍໃນອາຊຽນ ແລະ ປຶກສາຫາລືການຜັັນຂະຫຍາຍທິດຊີ້ນໍາຂອງກອງປະຊຸມລະດັບສູງຕ່າງໆເຊັ່ນ: ກອງປະຊຸມຮ່ວມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 55, ລັດຖະມົນຕີສະພາເຂດການຄ້າເສລີອາຊຽນ ຄັ້ງທີ 37 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດອາຊຽນ ແບບວົງແຄບ ເພື່ອສືບຕໍ່ປັບປຸງສະພາບແວດລ້ອມທີ່ເອື້ອອໍານວຍໃຫ້ພາກທຸລະກິດໃນການດໍາເນີນການຄ້າໃນພາກພື້ນອາຊຽນໃຫ້ມີຄວາມສະດວກຍິ່ງຂຶ້ນ ໂດຍສະເພາະແມ່ນໄດ້ຮັບຮອງເອົາແຜນວຽກບູລິມະສິດປະຈໍາປີ 2024

อาจเป็นรูปภาพของ 2 คน, แท่นบรรยาย และ ข้อความพูดว่า "ASEANG LAO PDR 2024 THE TWENTY TWENTY-EIGHTH MEETING OF THE ASEAN TRADE FACILITATION JOINT CONSULTATIVE COMMITTEE (28th ATF-JCC MEETING) 13-15 January 2024, Vientiane, Lao PDR DR Clair"

ຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າອາຊຽນ ໃນການແກ້ໄຂບັນຫາກ່ຽວກັບການນໍາໃຊ້ມາດຕະການທາງການຄ້າ ທີ່ສົ່ງຜົນກະທົບຕໍ່ປະເທດສະມາຊິກ, ການປະຕິບັດພັນທະຄວາມໂປ່ງໃສໃນການແຈ້ງມາດຕະການທາງການຄ້າຂອງປະເທດສະມາຊິກ ພາຍໃຕ້ສັນຍາການຄ້າດ້ານສິນຄ້າອາຊຽນ ແລະ ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນກິດຈະກໍາຂອງຄະນະກໍາມະການອໍານວຍຄວາມສະດວກແຫ່ງຊາດຂອງແຕ່ລະປະເທດສະມາຊິກ.

ນອກຈາກນີ້, ກອງປະຊຸມຍັງໄດ້ພົບປະກັບພາກທຸລະກິດຂອງອາຊຽນ ແລະ ສະພາທຸລະກິດຂອງປະເທດຄູ່ຮ່ວມເຈລະຈາ ຊຶ່ງຕາງໜ້າໂດຍສະພາທຸລະກິດຮ່ວມ ເພື່ອແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ປຶກສາຫາລືຂໍ້ສະເໜີຂອງພາກທຸລະກິດ ແລະ ແຜນການໃນຕໍ່ໜ້າ ໃນການຈັດຕັ້ງປະຕິບັດ ແລະ ປັບປຸງວຽກງານການອໍານວຍຄວາມສະດວກທາງດ້ານການຄ້າໃນພາກພື້ນອາຊຽນ.

LEAVE A REPLY

Please enter your comment!
Please enter your name here