ສຳນັກຂ່າວຕ່າງປະເທດລາຍງານວ່າ: ຕ້ອງຍົກບັນດາມາດຕະການປົກປ້ອງຕະຫຼາດຂອງບັນດາປະເທດສະມາຊິກທີ່ມີເສັ້ນຊາຍແດນຕິດກັບ ອູແກຼນ ແລະ ໜຶ່ງໃນບັນດາມາດຕະການນັ້ນແມ່ນ ຈັດວາງອັດຕາພາສີ ສຳລັບບາງປະເພດສິນຄ້າຜະລິດຕະພັນກະເສດ ທີ່ລະອຽດອ່ອນທີ່ສຸດວັນທີ 15 ມັງກອນ, ກະຊວງກະສິກຳ ຮົງກາຣີ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີກະຊວງກະສິກຳບັນດາປະເທດ ບຸນກາຣີ, ໂປໂລຍ, ຮົງກາຣີ, ໂຣມານີ ແລະ ສະໂລວາກີ ໄດ້ສົ່ງຈົດໝາຍມາຍັງ ຄະນະກຳມະການເອີຣົບ (EC) ໂດຍຮຽກຮ້ອງໃຫ້ປະຕິບັດມາດຕະການຕ່າງໆ, ໃນນັ້ນ ໄດ້ຊີ້ແຈ້ງວ່າ ຜະລິດຕະພັນກະເສດຈາກ ອູແກຼນ ທີ່ຖືກກວ່ານັ້ນ ໄດ້ທຳລາຍຕະຫຼາດສົ່ງອອກຂອງບັນດາປະເທດນີ້.

ຕາມທ່ານລັດຖະມົນຕີກະຊວງກະສິກຳ ຮົງກາຣີແລ້ວ, ອີຢູຕ້ອງຍົກບັນດາມາດຕະການປົກປ້ອງຕະຫຼາດຂອງບັນດາປະເທດສະມາຊິກທີ່ມີເສັ້ນຊາຍແດນຕິດກັບ ອູແກຼນ ແລະ ໜຶ່ງໃນບັນດາມາດຕະການນັ້ນແມ່ນ ຈັດວາງອັດຕາພາສີ ສຳລັບບາງປະເພດສິນຄ້າຜະລິດຕະພັນກະເສດ ທີ່ລະອຽດອ່ອນທີ່ສຸດ.
ໂປໂລຍ, ສະໂລວາກີ ແລະ ຮົງກາຣີ ໄດ້ປະກາດບັນດາມາດຕະການຈຳກັດ ສຳລັບການນຳເຂົ້າທັນຍາພືດຈາກ ອູແກຼນ ເມື່ອເດືອນ ກັນຍາ 2023 ພາຍຫຼັງ ຄະນະກຳມະການເອີຣົບ ຕົກລົງບໍ່ຕໍ່ກຳນົດເວລາປະຕິບັດຄຳສັ່ງເກືອດຫ້າມນຳເຂົ້າ 5 ປະເທດສະມາຊິກ ອີຢູ ທີ່ເປັນປະເທດບ້ານໃກ້ເຮືອນຄຽງຂອງ ອູແກຼນ.