ການຄ້າຕ່າງປະເທດ ຂອງກວາງຊີ ກັບບັນດາປະເທດອາຊຽນ ບັນລຸ 48 ຕື້ໂດລາ

0
137

ຕາມຂ່າວ VOVWORLD ຂອງຫວຽດນາມໃຫ້ຮູ້ວ່າ: ວັນທີ 15 ມັງກອນ, ທ່ານ ຢາງບາວຈິງ ສັງກັດ ອົງການພາສີອາກອນ ໜານໜິງ ສປຈີນ ໃຫ້ຮູ້ວ່າ: ຂອບເຂດການຄ້າຕ່າງປະເທດ ຂອງເຂດປົກຄອງຕົນເອງ ເຜົ່າຈວາງ ກວາງຊີ ສປຈີນ ກັບບັນດາປະເທດອາຊຽນ ບັນລຸປະມານ 48 ຕື້ໂດລາສະຫະລັດໃນປີ 2023 ເພີ່ມຂຶ້ນ 22,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.
ອາຊຽນ ສືບຕໍ່ຮັກສາຕຳແໜ່ງເປັນຄູ່ຮ່ວມມືທາງການຄ້າໃຫຍ່ທີ່ສຸດຂອງ ກວາງຊີ ໃນ 24 ປີຢ່າງລຽນຕິດ.

ไม่มีคำอธิบายรูปภาพ

ທ່ານ ຢາງບາວຈິງ ໃຫ້ຮູ້ວ່າ: ກວາງຊີ ຈະປະຕິບັດແຜນການເຊື່ອມໂຍງການຜະລິດ ແລະ ບໍລິໂພກ, ເປີດກວ້າງການຄ້າສິນຄ້າເປັນກາງ, ສ້າງສຳເລັດກົນໄກຮັບປະກັນການຜ່ານແດນ ໃຫ້ແກ່ບັນດາວິສາຫະກິດ ລະບົບສະໜອງ, ລະບົບອຸດສາຫະກຳຂ້າມແດນ. ນອກຈາກນັ້ນ ກວາງຊີ ກໍຈະນຳໃຊ້ບັນດາພື້ນຖານຄື: ເຂດຮ່ວມມືອຸດສາຫະກຳ ຈີນ – ອາຊຽນ ເປັນກາງ, ຍົກສູງຄວາມສາມາດໃນການພັດທະນາ ແລະ ຄຸນນະພາບການຄ້າແບບຫັດຖະກຳ, ພ້ອມທັງຕັ້ງໜ້າພັດທະນາບັນດາເຈົ້າຂອງການຕະຫຼາດການຄ້າຕ່າງປະເທດ, ປະຕິບັດການກະທຳຍົກລະດັບການຄ້າດິຈິຕອນ ແລະ ການຄ້າການບໍລິການ… ເພື່ອແນໃສ່ຊຸກຍູ້ການຄ້າລະຫວ່າງສອງຝ່າຍ.

LEAVE A REPLY

Please enter your comment!
Please enter your name here