ເຊັນ MOU ນໍາໃຊ້ໂຮງແຮມດອນຈັນເປັນສະຖານທີ່ແຂ່ງຂັນເພາະກາຍຊິງແຊັມອາຊຽນ

0
318

ສະຫະພັນກີລາເພາະກາຍແຫ່ງຊາດລາວ (ສພກລ) ແລະ ໂຮງແຮມດອນຈັນພາເລສ ໄດ້ຮ່ວມກັນລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການນໍາໃຊ້ສະຖານທີ່ເປັນບ່ອນພັກເຊົາ ແລະ ແຂ່ງຂັນເພາະກາຍຊີງແຊັມອາຊຽນ ຄັ້ງທີ 18 ໃນລະຫວ່າງວັນທີ 16-20 ພຶດສະພາ 2024 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ.

ພິທີດັ່ງກ່າວຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ໃຫ້ກຽດລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ-ເລຂາທິການ ສະຫະພັນກີລາເພາະກາຍແຫ່ງຊາດລາວ ແລະ ທ່ານ ແສງດາວ ແກ້ວປະດິດ ຜູ້ຈັດການຝ່າຍການຕະຫຼາດ ໂຮງແຮມດອນຈັນ ພາເລສ ໂດຍການເປັນສັກຂີພິຍານໂດຍ ທ່ານ ປອ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ, ທ່ານ ຈ້າວ ຢູນເຊິງ (Zao Yunsheng) ປະທານໂຮງແຮມດອນຈັນພາເລດ ພ້ອມດ້ວຍຄະນະບໍລິຫານທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ມະໂນທອງ ວົງໄຊ ກ່າວວ່າ: ການສ້າງກິດຈະກໍາການແຂ່ງຂັນເພາະກາຍຊີງແຊັມອາຊຽນຄັ້ງທີ 18, ເຊິ່ງເປັນຄັ້ງປະຫວັດສາດ ທີ່ບໍ່ເຄີຍຈັດມາຜ່ານມາ ຢູ່ ສປປ ລາວ. ພ້ອມດຽວກັນນີ້ ກໍຍັງເປັນການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2024 ນີ້, ຊຶ່ງເຫັນໄດ້ເຖິງຄວາມຕັ້ງໃຈຂອງທັງ 2ຝ່າຍ ສືບເນື່ອງຈາກປີ 2019 ທີ່ໄດ້ເຈລະຈາຈາກໄຮງແຮມຫຼາຍຄັ້ງ ແລະ ອີງໃສ່ແຜນການກະກຽມຈັດແຂ່ງຂັນເພາະກາຍຊີງແຊມອາຊຽນປີ 2019 ແຕ່ຍ້ອນເຫດການແຜ່ລະບາດຂອງພະຍາດໂຄວິດ 19 ຈຶ່ງເຮັດໃຫ້ເລື່ອນການຈັດງານແຂ່ງຂັນອອກໄປ, ມາຮອດປີ 2024 ນີ້ (ຜ່ານມາ 5 ປີ) ຊຶ່ງຄະນະປະທານ ສພກລ ກໍບໍ່ໄດ້ປະລະຄວາມພະຍາຍາມທີ່ຈະຈັດການແຂ່ງຂັນຄັ້ງນີ້ ຊຶ່ງເປັນບາດກ້າວສໍາຄັນຂອງການພັດທະນາກີລາລາວ ເວົ້າລວມ, ເວົ້າສະເພາະ ກໍຄືການພັດທະນາວົງການກີລາເພາະກາຍແຫ່ງຊາດ ນັກກີລາລາວໃຫ້ມີການພັດທະນາຕໍ່ເນື່ອງສາມາດຍາດໄດ້ຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງ ໃນການແຂ່ງຂັນຢູ່ເວທີສາກົນໃນອານາຄົດ.

ທ່ານໄດ້ກ່າວຕື່ມວ່າ: ການພັດທະນາກີລາ ຈະຕ້ອງຄຽງຄູ່ກັບການສະນັບສະນູນຈາກພາກລັດ ແລະ ເອກະຊົນ, ຄວາມເອົາໃຈໃສ່ ປະຕິບັດແບບມີແຜນການ, ມີຈຸດສຸມ, ມີວິໃນການຝຶກແອບ ກີລາຈຶ່ງປະສົບຜົນສໍາເລັດຕາມແນວທາງຂອງພັກ ແລະ ລັດຖະບານ ທີ່ວາງໄວ້, ການຈັດການແຂ່ງຂັນເພາະກາຍຊີງແຊັມອາຊຽນຄັ້ງທີ 18 ຊຶ່ງຈະຈັດຂື້ນລະຫວ່າງວັນທີ 16-20 ພຶດສະພາ 2024 ຈະດໍາເນີນການບໍ່ໄດ້ຖ້າຫາກບໍ່ໄດ້ຮັບການສະໜັບສະໜູນ ແລະ ການຮ່ວມມືຢ່າງດີຈາກຜູ້ບໍລິຫານທຸກຂັ້ນຈາກ ໂຮງແຮມດອນຈັນພາເລສ.

“ ການແຂ່ງຂັນເພາະກາຍຊິງແຊັມອາຊຽນຄັ້ງທີ 18 ນີ້ ເປັນຄັ້ງປະຫວັດສາດ ຂອງ ສປປລາວແລະ ສະຫະພັນກີລາເພາະກາຍແຫ່ງຊາດລາວ ເພື່ອຍົກສູງບົດບາດ ສປປລາວ ນັກກີລາລາວ ໃຫ້ຄຽງຄູ່ກັບປະເທດອ້ອມຂ້າງໃນເວທີສາກົນ, ເພື່ອພັດທະນານັກກີລາ ວົງການກີລາເພາະກາຍລາວໃຫ້ກັບມາຄຶກຄື້ນອີກຄັ້ງໜຶ່ງ ພາຍຫຼັງການແພ່ລະບາດພະຍາດໂຄວິດ 19 ຜ່ານມາ ໃນນາມສະຫະພັນກີລາເພາະກາຍແຫ່ງຊາດລາວກໍ່ທຸ້ມເທສຸດຄວາມສາມາດເພື່ອຈັດການແຂ່ງຂັນ ປະສານງານ ໃຫ້ງານຄັ້ງນີ້ລຸລ່ວງໄປໄດ້ດ້ວຍດີ ສາມາດຈັດສຳເລັດຢ່າງຈົບງາມ ໃຫ້ຕ່າງປະເທດປະທັບໃຈ ແລະ ບອກຕໍ່ເຖິງການເປັນເຈົ້າພາບ ສປປລາວ ຄັ້ງນີ້ ” ປະທານສະຫະພັນກີລາເພາະກາຍແຫ່ງຊາດລາວ ກ່າວ.

ຜ່ານການປຶກສາກັບຜູ້ບໍລິຫານໂຮງແຮມດອນຈັນພາເລສຫຼາຍຄັ້ງ ແລະ ປຶກສາແບບລົງເລິກໃນປີ 2023ເປັນຕົ້ນມາ ເຮົາຈຶ່ງເກີດມີການເຊັນບົດບັນທຶກຄວາມເຂົ້າໃຈຄັ້ງນີ້ ເພາະຈະເປັນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ຕໍ່ການພັດທະນາກີລາເພາະກາຍຂອງ ສປປລາວ ຕໍ່ໆໄປ.

ສຳລັບ ການກຽມຄວາມພ້ອມສະຖານທີ່ ທີ່ໂຮງແຮມດອນຈັນ ພາເລສ ໃນປັດຈຸບັນແມ່ນມີຄວາມພ້ອມຮ້ອຍສ່ວນຮ້ອຍແລ້ວບໍ່ວ່າຈະເປັນທາງດ້ານທີ່ພັກ, ໂພສະນາການ. ພະຫານະ ແລະ ອື່ນໆ ໂດຍການປະກອບສ່ວນຂອງທາງໂຮງແຮມດັ່ງກ່າວ ແມ່ນລວມມູນຄ່າ 120.000.000 ກີບ ຫຼື ປະມານ 5.600 ໂດລາ.

LEAVE A REPLY

Please enter your comment!
Please enter your name here