ວາງສີລາລືກການກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມ ໃນໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ດ້ວຍງົບຫຼາຍກວ່າ 7 ລ້ານໂດລາສະຫະລັດ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງ 12 ເດືອນ ເຊິ່ງຕັ້ງຢູ່ຫຼັກ 16 ຖະໜົນ 13 ໃຕ້ ບ້ານໂພນຄໍາ ເມືອງໄຊທານີ.
ຕາມຂ່າວຈາກໜັງສືພິມປະຊາຊົນ ໃຫ້ຮູ້ວ່າ: ພິທີວາງສີລາລືກການກໍ່ສ້າງດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 5 ທັນວາ ທີ່ບ້ານໂພນຄໍາ ຫຼັກ 16 ຖະໜົນ 13 ໃຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ທ່ານ ຈັນ ວັນ ເທຣ ປະທານ ບໍລິສັດ Dangkhoa General Service Trading ຈໍາກັດ ພ້ອມຄະນະປະທານ ແລະ ແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ໂຄງການດັ່ງງກ່າວ ໄດ້ຮັບທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມຈາກທະນາຄານພັດທະນາອາຊີ OPEC Fund, EIB, EU-AIF & GEF ອີງຕາມສັນຍາຮັບເໝົາກໍ່ສ້າງລະຫວ່າງກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ ( ຍທຂ ) ຮ່ວມກັບ ບໍລິສັດ Dangkhoa General Service Trading ຈຳກັດ ຄັ້ງວັນທີ 1 ພະຈິກ 2023.
ໂຄງການກໍ່ສ້າງອູ່ລົດ ບຳລຸງຮັກສາ ແລະ ສູນບັນຊາລົດເມ ລວມມີໜ້າວຽກຕົ້ນຕໍ ຄື: ກໍ່ສ້າງລານຈອດລົດເມຮອງຮັບ 80 ຄັນ ໜ້າທາງປູດ້ວຍຢາງອັດສະຟານບໍລິເວນບ່ອນຈອດລົດ ອາຄານຫ້ອງການມີ 4 ຊັ້ນ ກໍ່ສ້າງ ແລະ ຕິດຕັ້ງອຸປະກອນໃນກາລາທາງພາຍໃນ ແລະ ເຂົ້າ – ອອກ, ຕິດຕັ້ງໄຟຟ້າ ( Transformer ) ລະບົບບໍາບັດນໍ້າເປື້ອນ ລ້າງ – ອັດສີດລົດ, ສາຍໄຍແກ້ວ ( fiber optic ), ນໍ້າປະປາ ແລະ ອື່ນໆ. ສະເພາະການກໍ່ສ້າງລານຈອດລົດເມ BRT ຈະໃຫ້ສໍາເລັດພາຍໃນເດືອນມິຖຸນາ 2024 ເພື່ອຮອງຮັບລົດເມໄຟຟ້າຈະມາເຖິງ ແລະ ໂຄງການທັງໝົດຈະໃຫ້ສຳເລັດພາຍໃນ 12 ເດືອນ.
ສຳລັບຕອນດິນທີ່ໃຊ້ໃນການກໍ່ສ້າງອູ່ລົດເມ BRT ແມ່ນດິນຂອງກະຊວງ ຍທຂ ທີ່ໄດ້ມອບໃຫ້ໂຄງການ ເພື່ອເປັນການປະກອບສ່ວນໃນການພັດທະນາ ແລະ ສົ່ງເສີມການຂົນສົ່ງສາທາລະນະໃນຕົວເມືອງ ນວ ໂດຍທີ່ດິນມີເນື້ອທີ່ປະມານ 29.179 ຕາແມັດ ໂດຍບໍລິສັດທີ່ຊະນະການປະມູນໃນການກໍ່ສ້າງແມ່ນ ບໍລິສັດ Dangkhoa General Service Trading ຈໍາກັດຈາກ ສສ ຫວຽດນາມ ໃນມູນຄ່າສັນຍາ 7 ລ້ານກວ່າໂດລາ.