ຫວຽດນາມ ຄາດຄະເນຈະສົ່ງອອກຜະລິດຕະພັນກະເສດ ຫຼາຍກວ່າ 26 ຕື້ໂດລາ ໃນປີ 2030

03 Jan 2024

ຄລິກແຊຣ໌ 0 Facebook WhatsApp

VOVWORLD ລາຍງານວ່າ: ອີງຕາມຍຸດທະສາດການພັດທະນາການປູກຝັງ ຮອດປີ 2030, ວິໄສທັດຮອດປີ 2050 ທີ່ຫາກໍໄດ້ຮັບການເຊັນອະນຸມັດຜ່ານຈາກ ທ່ານຮອງນາຍົກລັດຖະມົນຕີ, ຫວຽດນາມວາງຄາດໝາຍຈະສົ່ງອອກຜະລິດຕະພັນຈາກໝາກໄມ້, ເຂົ້າສານ, ໝາກມ່ວງຫິມະພານ, ຜະລິດຕະພັນໄມ້… ບັນລຸກວ່າ 26 ຕື້ໂດລາສະຫະລັດ ໃນປີ 2030.

ไม่มีคำอธิบายรูปภาพ

ລະດັບຄວາມໄວໃນການເພີ່ມມູນຄ່າການຜະລິດດ້ານການປູກຝັງເປັນສິນຄ້າສະເລ່ຍ 2,2-2,5% ຕໍ່ປີ; ອຸດສາຫະກຳການປຸງແຕ່ງສະເລ່ຍ 8-10% ຕໍ່ປີ. ຮອດປີ 2050, ການປູກຝັງກາຍເປັນຂະແໜງເສດຖະກິດເຕັກນິກທັນສະໄໝ, ຂຶ້ນກັບສິນຄ້າໝວດແຖວໜ້າຂອງພາກພື້ນ ແລະ ສາກົນ. ຫວຽດນາມ ກາຍເປັນໃຈກາງແຫ່ງການປຸງແຕ່ງແບບລົງເລິກຂອງຂະແໜງກະສິກຳທົ່ວໂລກ.

ຍຸດທະສາດການພັດທະນາໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ຫວຽດນາມ ຮັກສາເນື້ອທີ່ດິນ 3,56 ລ້ານເຮັກຕາເພື່ອປູກເຂົ້າເປັນປົກກະຕິ, ໃນນັ້ນດິນສະເພາະປູກເຂົ້ານາທາມແມ່ນ 3 ລ້ານເຮັກຕາ ປະລິມານການຜະລິດກວ່າ 35 ລ້ານໂຕນ. ສິ່ງນີ້ໄດ້ຊ່ວຍຄ້ຳປະກັນດ້ານສະບຽງອາຫານ, ຕອບສະໜອງການບໍລິໂພກ, ປຸງແຕ່ງ, ເກັບແຮໄວ້ ແລະ ສົ່ງອອກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ