ບາງຂໍ້ຄົງຄ້າງ ທີ່ຂະແໜງ ຜທ ຈະເລັ່ງແກ້ໄຂຕໍ່ໜ້າ

0
155

 

ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ( ຜທ ) ໄດ້ກ່າວໃນກອງປະຊຸມວຽກງານແຜນການ ແລະ ການລົງທຶນ ປະຈຳປີ 2023 ວ່າ: ຄຽງຄູ່ກັບຈຸດດີ – ຜົນງານ ທີ່ສາມາດຈັດຕັ້ງປະຕິບັດໄດ້ຂອງຂະແໜງແຜນການ ແລະ ການລົງທຶນ ໃນປີ 2023 ຍັງເຫັນວ່າມີຈຸດອ່ອນ – ຂໍ້ຄົງຄ້າງຕ້ອງສຸມໃສ່ແກ້ໄຂໃນຕໍ່ໜ້າ.

1). ປະລິມານ ແລະ ຄຸນນະພາບຂອງບົດຄົ້ນຄວ້າຂອງສະຖາບັນຍັງບໍ່ທັນຕອບສະໜອງຕໍ່ ຄວາມຕ້ອງການນຳຂອງກະຊວງ ແລະ ລັດຖະບານ ໂດຍສະເພາະການຊອກຫາ ແລະ ສະເໜີນະໂຍບາຍທີ່ສອດຄ່ອງ ແລະ ປະຕິບັດແກ້ໄຂບັນຫາໄດ້ແຕ່ລະດ້ານ; ບັນຫາຄຸນນະພາບຂອງບຸກຄະລາກອນຄົ້ນຄວ້າຍັງມີຈຳກັດ; ສະນັ້ນ ຈຶ່ງເຮັດໃຫ້ວຽກງານທີ່ການນໍາມອບໝາຍໃຫ້ຍັງບໍ່ທັນຮັບປະກັນໄດ້ດ້ານຄຸນນະພາບ ແລະ ສາມາດສໍາເລັດໄດ້ຕາມແຜນການ; ການແລກປ່ຽນບົດຮຽນດ້ານການຄົ້ນຄວ້າກັບສະຖາບັນພາຍໃນ ແລະ ສາກົນ ຍັງບໍ່ທັນກວ້າງຂວາງ ເຮັດໃຫ້ຄວາມຮູ້, ຄວາມສາມາດອັນໃໝ່ຂອງນັກຄົ້ນຄວ້າພາຍໃນຍັງບໍ່ທັນສູງ.


2). ການຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດປະຈຳປີ ພົບຄວາມຫຍຸ້ງຍາກ ໂດຍສະເພາະແມ່ນການລາຍງານຈາກຂະແໜງການ ແລະ ທ້ອງຖິ່ນຈຳນວນໜຶ່ງຍັງບໍ່ທັນເປັນລະບົບ ແລະ ບໍ່ທັນຕາມກຳນົດເວລາ.
3). ການຄົ້ນຄວ້າເອກະສານສະເໜີຂໍລົງທຶນ ແລະ ບັນຫາທີ່ຕິດພັນກັບໂຄງການລົງທຶນຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ, ການພິຈາລະນາການລົງທຶນ ບໍ່ເປັນໄປຕາມກົນໄກປະຕູດຽວ, ການດຶງດູດການລົງທຶນຍັງບໍ່ທັນມີແຜນຍຸດທະສາດ, ຈຸດສຸມ ແລະ ບໍ່ທັນເຂົ້າເຖິງກຸ່ມຜູ້ລົງທຶນເປົ້າໝາຍ.
4). ການພັດທະນາ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ຍັງມີບາງຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂ ເປັນຕົ້ນ ການບໍລິການປະຕູດຽວພາຍໃນເຂດ ຍັງບໍ່ທັນຄ່ອງຕົວເທົ່າທີ່ຄວນ, ການສະໜອງແຮງງານລາວ ເຂົ້າໄປເຮັດວຽກຢູ່ເຂດໂດຍສະເພາະບັນດາໂຮງຈັກ – ໂຮງງານ ແລະ ຂະແໜງບໍລິການ ຍັງມີຂໍ້ຈຳກັດຫຼາຍຢ່າງ. ຄຽງຄູ່ກັນນັ້ນ, ການຊົດເຊີຍເວນຄືນທີ່ດິນຢູ່ບາງເຂດເສດຖະກິດພິເສດ ຍັງບໍ່ສາມາດແກ້ໄຂໄດ້ຢ່າງຂາດຕົວ ເນື່ອງຈາກວ່າເຈົ້າຂອງສິດນໍາໃຊ້ເນື້ອທີ່ດິນຈໍານວນໜຶ່ງ ຍັງບໍ່ທັນເຫັນດີຮັບເອົາຄ່າຊົດເຊີຍ.

5). ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ ( ຊກພ ) ຍັງບໍ່ທັນສູງ ບໍ່ສົມຄູ່ກັບຈຳນວນຕົວເລກເງິນທີ່ໄດ້ຮັບໃນແຕ່ລະປີ, ການສະໜອງທຶນສົມທົບຂອງລັດຖະບານ ຍັງບໍ່ສາມາດປະຕິບັດໄດ້ຕາມພັນທະທີ່ຕົກລົງກັບຜູ້ໃຫ້ທຶນ ຍ້ອນທຶນມີຂໍ້ຈຳກັດ, ຂາດງົບປະມານໃນການລົງຊຸກຍູ້ຕິດຕາມ, ການສະຫຼຸບລາຍງານຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານ/ໂຄງການ ຊກພ ທີ່ບໍ່ໄດ້ຜ່ານລະບົບຄັງເງິນແຫ່ງຊາດ ແລະ ກົມງົບປະມານ; ການປະເມີນຜົນແຜນງານ/ໂຄງການ ແມ່ນຍັງອີງໃສ່ຊ່ຽວຊານຕ່າງປະເທດເປັນຫຼັກ; ສ່ວນການປະເມີນຜົນໂຄງການພາຍຫຼັງມອບ – ຮັບ ຍັງບໍ່ທັນຈັດຕັ້ງປະຕິບັດ; ການປ້ອນຂໍ້ມູນເຂົ້າຖານຂໍ້ມູນໃນການຕິດຕາມ ແລະ ຄຸ້ມຄອງ ແຜນງານ/ໂຄງການ ຊກພ ແຕ່ສູນກາງຮອດທ້ອງຖິ່ນຍັງບໍ່ທັນເປັນເຈົ້າການ ແລະ ການເຊື່ອມສານຍຸດທະສາດ ການລະດົມທຶນ ຊກພ ຮອດປີ 2030 ເຂົ້າໃນຂະແໜງການຕ່າງໆ ໂດຍສະເພາະການສ້າງບັນຊີໂຄງການ ເພື່ອລະດົມທຶນໃຫ້ແທດເໝາະກັບຂະແໜງການຕົນກໍຍັງເຮັດບໍ່ທັນໄດ້ດີ.


6). ອົງການທີ່ສະເໜີໂຄງການຍັງບໍ່ທັນເປັນເຈົ້າການໃນການປະຕິບັດຕາມຂັ້ນຕອນຕາມຫຼັກວິຊາການ ການປະເມີນຜົນ ແລະ ຂັ້ນຕອນການຄຸ້ມຄອງໂຄງການລົງທຶນຂອງລັດ ໂດຍສະເພາະການປະກອບເອກະສານໂຄງການທັງ 4 ໄລຍະ ເພື່ອສົ່ງໃຫ້ອົງການປະເມີນຜົນດໍາເນີນການປະເມີນຕາມລະບຽບກົດໝາຍ, ການນໍາໃຊ້ບັນດາເຄື່ອງມືໃນການປະເມີນໂຄງການລົງທຶນຂອງລັດ.
7). ການປັບປຸງກົງຈັກການຈັດຕັ້ງ, ການກຳນົດຕຳແໜ່ງງານຂອງບາງທ້ອງຖິ່ນ ໂດຍສະເພາະຂັ້ນເມືອງຍັງຊັກຊ້າ ເຮັດໃຫ້ການປະຕິບັດໜ້າທີ່ການເມືອງພະນັກງານບໍ່ສາມາດຕອບສະໜອງ ແລະ ບໍ່ທັນກັບສະພາບການໃນປັດຈຸບັນ.
8). ການກວດກາເຖິງວ່າໄດ້ພະຍາຍາມ ແຕ່ການກວດກາປົກກະຕິບາງໄລຍະບໍ່ສາມາດດຳເນີນຢ່າງຕໍ່ເນື່ອງ, ສ່ວນຫຼາຍແມ່ນດຳເນີນກວດກາຕາມຄະນະສະເພາະກິດ ແລະ ຕາມຄຳສັ່ງ; ການແກ້ໄຂຜົນຂອງການກວດກາໃນກໍລະນີຊັກຊ້າ ແລະ ອື່ນໆ.

LEAVE A REPLY

Please enter your comment!
Please enter your name here