ຕຸກຕຸ່ນ ດວງສະຫວັດ ຄວ້າຕຳແໜ່ງ ນາງສາວທິດາເຜົ່າເມືອງທ່າແຕງ 2024

29 Dec 2023

ຄລິກແຊຣ໌ 0 Facebook WhatsApp

ງານປະກວດນາງສາວທິດາເຜົ່າ ເປັນໜຶ່ງໃນກິດຈະກໍາ ເພື່ອສົ່ງເສີມປີທ່ອງທ່ຽວລາວ 2024 ຢູ່ ເມືອງທ່າແຕງ ແຂວງເຊກອງ ຈັດຂຶ້ນໃນຄໍ່າຄືນວັນທີ 28 ທັນວາ 2023 ຊຶ່ງຜ່ານການຕັດສິນ, ຕອບຄຳຖາມຂອງແຕ່ລະໝາຍເລກ ນາງສາວທີ່ສາມາດເອົາຊະນະໃຈກຳມະການ ແລະ ໄດ້ຕຳແໜ່ງນາງສາວທິດາເຜົ່າ ຂອງເມືອງທ່າແຕງ ປະຈໍາປີ 2024 ແມ່ນໝາຍເລກ T8 ນາງ ຕຸກຕຸ່ນ ດວງສະຫວັດ ໄດ້ຮັບມົງກຸດ ພ້ອມສາຍສະພາຍ ແລະ ເງິນລາງວັນ 10 ລ້ານກີບ.

May be an image of 2 people and text

ອັນດັບທີ 2 ໝາຍເລກ T3 ນາງ ນາລີຊາ ວົງໄກສອນ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 7 ລ້ານກີບ ແລະ ອັນດັບທີ 3 ໝາຍເລກ T2 ນາງ ສຸດາວັນ ບຸດບຸນມີ ໄດ້ຮັບສາຍສະພາຍ ພ້ອມເງິນລາງວັນ 5 ລ້ານກີບ. ສ່ວນ 6 ໝາຍເລກທີ່ຕົກຮອບແມ່ນໄດ້ຮັບລາງວັນຊົມເຊີຍລາງວັນລະ 5 ແສນກີບ.
ເປັນກຽດເຂົ້າຮ່ວມ ແລະ ມອບລາງວັນ ຂອງທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ, ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ທ່ານ ສົມເພັດ ເອີດລັດດາ ເຈົ້າເມືອງທ່າແຕງ, ມີການນຳຂັ້ນແຂວງ, ເມືອງ ແລະ ມວນຊົນເຂົ້າຮ່ວມຢ່າງຫລວງຫລາຍ.

May be an image of 6 people and text
ທ່ານ ນາງ ແກ້ວອຸດອນ ດວງມະນີວົງ ຮອງເຈົ້າເມືອງທ່າແຕງ ປະທານຄະນະຮັບຜິດຊອບຈັດງານປະກວດ ໄດ້ກ່າວວ່າ: ການຈັດງານປະກວດນາງສາວທິດາເຜົ່າຄັ້ງນີ້ ຈັດຂຶ້ນເປັນຄັ້ງທີ III ແລ້ວ ແລະ ເປັນໜຶ່ງໃນກິດຈະກໍາສົ່ງເສີມປີທ່ອງທ່ຽວລາວ 2024 ຂອງເມືອງທ່າແຕງ ເພື່ອເປັນການດຶງດູດນັກທ່ອງທ່ຽວ ເຂົ້າມາທ່ຽວຊົມເມືອງທ່າແຕງ ກໍຄື ແຂວງເຊກອງໃຫ້ນັບມື້ຫລາຍຂຶ້ນ ແນໃສ່ສ້າງວຽກເຮັດງານທໍາ, ສ້າງລາຍຮັບ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ.

May be an image of 8 people and text

ພ້ອມນີ້, ກໍ່ຍັງເປັນການສ້າງໂອກາດໃຫ້ແມ່ຍິງບັນດາໄດ້ສະແດງບົດບາດ, ຄວາມຮູ້ຄວາມສາມາດ, ຄວາມງາມ ແລະ ເປັນການໂຄສະນາເຜີຍແຜ່ສິລະປະ-ວັດທະນະທຳ, ຮີດຄອງປະເພນີ, ການນຸ່ງຖືທີ່ເປັນເອກະລັກຂອງບັນດາເຜົ່າໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ແລະ ອະນຸລັກປົກປັກຮັກສາຂະນົບທໍານຽມ, ຮີດຄອງປະເພນີ, ວັດທະນະທຳອັນດີງາມທີ່ເປັນມູນເຊື້ອຂອງຊາດ, ຂອງເຜົ່າໃຫ້ໝັ້ນຄົງຢູ່ກັບຄົນລາວ-ສັງຄົມລາວ ແລະ ຊາດລາວຕະຫລອດໄປ.

May be an image of 3 people and text

ນາງສາວຜູ້ທີ່ໄດ້ຮັບການຄັດເລືອກເປັນຜູ້ຊະນະເລີດຈະໄດ້ເປັນຕົວແທນຂອງເມືອງ ສົ່ງເຂົ້າຮ່ວມງານປະກວດນາງສາວງາມລະດັບແຂວງ ແລະ ເປັນການສະສົມບົດສົບການໃຫ້ນ້ອງໄດ້ໄປຕໍ່ຍອດຢູ່ລະດັບຊາດຕໍ່ໄປ.
—

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ