ປີ 2023 ຈຳໜ່າຍໄຟຟ້າໄປຕ່າງປະເທດ ມູນຄ່າ 2.368 ລ້ານໂດລາ

26 Dec 2023

ຄລິກແຊຣ໌ 0 Facebook WhatsApp

 

ໃນປີ 2023 ການຜະລິດກະແສໄຟຟ້າ ປະຕິບັດໄດ້ 48.904 ລ້ານກິໂລວັດໂມງ ມີມູນຄ່າ 58.285 ຕື້ກີບ; ໃນນີ້ສາມາດຈຳໜ່າຍກະແສໄຟຟ້າໄປຕ່າງປະເທດ ໄດ້ 38.106 ລ້ານກິໂລວັດໂມງ ມີມູນຄ່າ 2.368 ລ້ານໂດລາ.


ຕາມການລາຍງານຂອງສູນຂ່າວສານພະລັງງານ ແລະ ບໍ່ແຮ່ ໃຫ້ຮູ້ວ່າ: ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ 5 ປີ IX ( 2021 – 2025 ) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ປະຈຳປີ 2023 ໃນຕອນເຊົ້າວັນທີ 21 ທັນວາ 2023 ວ່າ: ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ນອນຢູ່ໃນ 12 ເປົ້າໝາຍ ຂອງແຜນພັດທະນາຂະແໜງການ 5 ປີ ຄັ້ງທີ IX ( 2021 – 2025 ).

ໃນນີ້ເປົ້າໝາຍທີ 1: ພັດທະນາການສະໜອງພະລັງງານໄຟຟ້າ ໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງ, ສົມຄູ່ກັບຄວາມຕ້ອງການນໍາໃຊ້ພາຍໃນ ແລະ ການສົ່ງອອກ. ໃນນີ້, ຜົນສໍາເລັດທີ່ພົ້ນເດັ່ນແມ່ນການເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ຈຳນວນ 289 ໂຄງການ, ສັນຍາພັດທະນາໂຄງການ ( PDA ) 123 ໂຄງການ ແລະ ສັນຍາສຳປະທານໂຄງການ ( CA ) ມີ 25 ໂຄງການ; ແຫຼ່ງຜະລິດພະລັງງານໄຟຟ້າທີ່ມີກຳລັງຕິດຕັ້ງ 1 MW ຂຶ້ນໄປ ມີຈໍານວນທັງໝົດ 98 ແຫ່ງ ລວມກໍາລັງຕິດຕັ້ງ 11.692,14 MW, ຄວາມອາດສາມາດຜະລິດພະລັງງານໄຟຟ້າ 58.884,27 GWhຕໍ່ປີ.


ໃນປີ 2023 ສາມາດຈັດຕັ້ງປະຕິບັດການຜະລິດກະແສໄຟຟ້າ ປະຕິບັດໄດ້ 48.904 ລ້ານກິໂລວັດໂມງ, ມີມູນຄ່າ 58.285 ຕື້ກີບ; ການຈຳໜ່າຍກະແສໄຟຟ້າ ປະຕິບັດໄດ້ 49.906 ລ້ານກິໂລວັດໂມງ. ໃນນີ້, ເປັນການຈຳໜ່າຍພາຍໃນປະເທດ ປະຕິບັດໄດ້ 11.800 ລ້ານກິໂລວັດໂມງ ມີມູນຄ່າ 765 ລ້ານໂດລາສະຫະລັດ, ຈຳໜ່າຍກະແສໄຟຟ້າໄປຕ່າງປະເທດ ປະຕິບັດໄດ້ 38.106 ລ້ານກິໂລວັດໂມງ ມີມູນຄ່າ 2.368 ລ້ານໂດລາສະຫະລັດ.

ເປົ້າໝາຍທີ 2: ພັດທະນາລະບົບສາຍສົ່ງໄຟຟ້າສໍາລັບການສະໜອງໄຟຟ້າພາຍໃນ ແລະ ສົ່ງອອກ ໄດ້ສຳເລັດເປີດນຳໃຊ້ໂຄງການສາຍສົ່ງ 500 kV ຈາກສະຖານີໄຟຟ້າບ້ານຫາດ ເມືອງໂຂງ ແຂວງຈຳປາສັກ ຫາ ຣາຊະອານາຈັກກຳປູເຈຍ; ໂຄງການກໍ່ສ້າງສາຍສົ່ງ 500 kV ສະຖານີພູວົງ ແຂວງອັດຕະປື ຫາ ສະຖານີບ້ານນາ ແລະ ບ້ານຫາດ ແຂວງຈຳປາສັກ ອອກສູ່ຊາຍແດນ ລາວ – ກຳປູເຈຍ.
ມາຮອດທ້າຍປີ 2023 ທົ່ວປະເທດມີສະຖານີໄຟຟ້າທັງໝົດ 108 ແຫ່ງ ມີ ຄວາມຍາວຂອງລະບົບສາຍສົ່ງແຮງດັນສູງ 500 kV, 230 kV, 115 kV, ແຮງກາງ 22 kV ແລະ ແຮງຕໍ່າ 0,4 kV ທັງໝົດ 67.643 ກິໂລແມັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ