WHO ເຕືອນ ລະວັງໄຂ້ເລືອດອອກ ປ່ວຍສະສົມແລ້ວ 5 ລ້ານຄົນ

25 Dec 2023

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວ AFP ລາຍງານວ່າ ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດລາຍງາຍລະບຸວ່າ ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ ທົ່ວໂລກມີຜູ້ເປັນໄຂ້ເລືອດອອກທີ່ໄດ້ຮັບການຢືນຢັນແລ້ວປະມານ 5 ລ້ານກວ່າຄົນ, ເສຍຊີວິດສະສົມຫຼາຍກວ່າ 5 ພັນຄົນ ເຊິ່ງສ່ວນໃຫຍ່ຢູ່ໃນທະວີບອາເມຣິກາ, ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກຕາເວັນຕົກ.

ທັງນີ້ ໃນຊຸມປີຜ່ານມາ ວົງຈອນຊີວິດຂອງຍຸງໄດ້ປ່ຽນແປງໄປຢ່າງຫຼວງຫຼາຍ ເນື່ອງຈາກການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ອຸນຫະພູມໂລກສູງຂຶ້ນ ແລະ ຄວາມຊຸ່ນຊື່ນຂອງອາກາດເພີ່ມຂຶ້ນ. ນອກຈາກນີ້ WHO ຍັງລະບຸວ່າ ພາກພື້ນທີ່ມີຄວາມສ່ຽງສູງ ແມ່ນພື້ນທີ່ທີ່ມີຄວາມຄັດແຍ່ງທາງສົງຄາມ ເຊັ່ນ: ອັຟການິສຖານ, ປາກິສຖານ, ຊູດານ, ໂຊມາລີ ແລະ ເຢແມນ ມີຄວາມສ່ຽງຕໍ່ການແຜ່ລະບາດຂອງພະຍາດໄຂ້ເລືອດອອກສູງ.

Tags: WHO

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ