ເທສະການບຸນກອງເຂົ້າໃຫຍ່ເມືອງພຽງ ຈະມີຂຶ້ນ 8 – 12 ມັງກອນ

21 Dec 2023

ຄລິກແຊຣ໌ 0 Facebook WhatsApp

 

ເທສະການບຸນກອງເຂົ້າ ໃຫຍ່ເມືອງພຽງ ແຂວງໄຊຍະບູລີ ຈະມີຂຶ້ນແຕ່ວັນທີ 8 – 12 ມັງກອນ 2024 ເຊິ່ງມີຫຼາກຫຼາຍກິດຈະກຳໃຫ້ທ່ຽວຊົມ.


ທ່ານ ນາງ ແສງອາພອນ ແກ້ວບົວໂຮມ ຮອງເລຂາພັກເມືອງ ປະທານຄະນະກໍາມະການຈັດງານເທສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນແຂວງໄຊຍະບູລີ ໃນວັນທີ 18 ທັນວາ 2023 ທີ່ຫ້ອງປະຊຸມພະແນກ ຖວທ ແຂວງໄຊຍະບູລີ ວ່າ: ການຈັດເທສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2024 ເມືອງພຽງຂອງພວກເຮົາ ແມ່ນຈະໄດ້ເລີ່ມແຕ່ວັນທີ 8 – 12 ມັງກອນ 2024 ໃນວັນທີ 8 ມັງກອນ 2024 ແມ່ນກິດຈະກໍາແຫ່ເຂົ້າເປືອກເຂົ້າສານ, ຕົ້ນກັນມາໂຮມທານ, ຕອນຄໍ່າຈັດໃຫ້ມີການປະກວດທິດາກອງເຂົ້າໃຫຍ່ ປະຈໍາປີ 2024 ເຊິ່ງຈະມີນ້ອງນາງສາວເຂົ້າມາປະກວດທັງໝົດ 19 ນ້ອງ.

ໃນວັນທີ 9 ມັງກອນ ຈະມີພິທີເປີດເທສະການຢ່າງເປັນທາງການ ພິທີດັ່ງກ່າວບັນດາທ່ານແຂກຈະໄດ້ຊົມກ້ອນແຫ່ມວນຊົນ ຈຳນວນ 20 ກ້ອນ ມີຈຳນວນພົນປະມານ 3.500 ຄົນ, ກ້ອນສະແດງບັນດາເຜົ່າ 2 ກ້ອນ ຈຳນວນພົນ 250 ຄົນ. ຈາກນັ້ນກໍມີຫຼາຍກິດຈະກຳ ເພື່ອໃຫ້ບັນດາແຂກມາທ່ອງທ່ຽວໄດ້ຮັບຊົມ ເປັນຕົ້ນແມ່ນກອງເຂົ້າ ໃຫຍ່, ກິດຈະກໍາຟາດເຂົ້າພື້ນເມືອງ, ຄົກຕຳເຂົ້າພື້ນເມືອງ, ຊົມວິຖີການດຳລົງຊີວິດຂອງເຜົ່າຕອງເຫຼືອງ, ຊົມກິດຈະກໍາຕະຫຼາດນັດສິນຄ້າໂອ້ດ໋ອບ, ຕະຫຼາດນັດເຄື່ອງໃຊ້ສອຍ, ຊົມການປະກວດອາຫານພື້ນເມືອງ, ກີລາພື້ນເມືອງ ແລະ ກີລາມວນຊົນ.


ວັນທີ 10 ມີພິທີສູ່ຂວັນເຂົ້າມີພະສົງ 19 ອົງ ຕອນຄ່ຳແຕ່ລະຄືນກໍໄດ້ມີກິດຈະກຳການສະແດງສິລະປະວັນນະຄະດີທັງໝົດ 8 ຄະນະ ແລະ ຮັບຊົມນັກຮ້ອງສຽງດີ ທັງຄົບງັນມ່ວນຊື່ນຕາມປະເພນີ.
ຕອນເຊົ້າວັນທີ 12 ມັງກອນ ຈະມີພິທີຕັກບາດຖວຍສັງຄະທານໃຫ້ແກ່ພະສົງ – ສາມະເນນແລ້ວແມ່ນຈົບພິທີ.
ຂໍເຊີນຊວນບັນດາທ່ານ ແຂກທີ່ມີກຽດຢູ່ຕ່າງເມືອງຕ່າງແຂວງ ພາຍໃນ ແລະ ຕ່າງປະເທດ ທີ່ມີເງື່ອນໄຂສະດວກກໍໃຫ້ມາທ່ອງທ່ຽວເມືອງພຽງ ເຊິ່ງເປັນເມືອງອູ່ເຂົ້າອູ່ປາ ທົ່ງນາກວ້າງ ຮວງເຂົ້າ ໃຫຍ່ ປ່າໄມ້ດົກໜາ ໄມ້ແຕ້ຄ່າພັນປີ ວັດທະນະທຳຫຼາຍສີສັນ ປະຊາຊົນດຸໝັ່ນ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ