ກຸ່ມຫັດຖະກຳຖັກຟອຍ ເມືອງສະໝ້ວຍ ໄດ້ຮັບກາໝາຍໂອດ໋ອບ

0
114

 

ພິທີເປີດປ້າຍກາໝາຍສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ( ໂອດ໋ອບ ) ໃຫ້ກຸ່ມຫັດຖະກຳຖັກຟອຍ ບ້ານອາວາວ ແລະ ບ້ານປັນໄຕໃຫຍ່ ເມືອງສະໝ້ວຍ ແຂວງສາລະວັນ ມີຂຶ້ນໃນວັນທີ 15 ທັນວາ 2023.

ໂດຍການເຂົ້າຮ່ວມຂອງ ທ່ານ ຄຳຕາ ໂຮ່ຊົງເລືອງ ປະທານແນວລາວສ້າງຊາດ ແຂວງ, ທ່ານ ບຸນເຕີ້ຍ ດວງສຸລິຍະວົງສາ ເຈົ້າເມືອງສະໝ້ວຍ, ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ນາງ ວາດສະໜາ ໂພໄຊຍະວົງ ປະທານສະຫະພັນແມ່ຍິງ ແຂວງ, ເຈົ້າເມືອງ ແລະ ຮອງເຈົ້າເມືອງ 7 ເມືອງ, ຫົວໜ້າພະແນກ – ຮອງພະແນກ, ຫົວໜ້າ – ຮອງຫົວໜ້າຫ້ອງການ ແລະ ເລຂາພັກນາຍບ້ານເຂົ້າຮ່ວມ.


ທ່ານ ແກ້ວວິໄລ ທົງສະອອນ ຮັກສາການຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງສະໝ້ວຍ ລາຍງານໃຫ້ຮູ້ວ່າ: ຫັດຖະກໍາຈັກສານ ບ້ານອາວາວ ແລະ ບ້ານປັນໄຕໃຫຍ່ ໄດ້ສ້າງຂຶ້ນ ແລະ ສືບທອດມາແຕ່ບູຮານນະການ ເຊິ່ງເພິ່ນເຄີຍຈັກສານອຸປະກອນຮັບໃຊ້ຄົວເຮືອນ ແລະ ອຸປະກອນທໍາມາຫາກິນ ເປັນຕົ້ນ: ກະພາ, ກະຕັງ, ກະເຈາະ, ໄຊສ້ອນປາ ແລະ ອື່ນໆ ດ້ວຍໄມ້ໄຜ່, ຫວາຍ, ກົກຄ້າ. ມາໃນປີ 2010 ມີຄອບຄົວໜຶ່ງ ຊື່ວ່າ ທ້າວ ອໍາບຸຍ ເຊິ່ງເປັນປະຊາຊົນທີ່ດໍາລົງຊີວິດຢູ່ບ້ານອາວາວ ໄດ້ມີແນວຄິດລິເລີ່ມໃນການເຮັດຟອຍ ເພື່ອຮັບໃຊ້ໃນຄອບຄົວຕົນເອງ ເຊິ່ງໄດ້ນໍາໃຊ້ວັດຖຸດິບທີ່ເກີດຈາກທໍາມະຊາດ ແລະ ເຫັນວ່າມີຫຼາຍໃນທ້ອງຖິ່ນຂອງຕົນ ເບື້ອງຕົ້ນກໍຖັກພຽງຮັບໃຊ້ໃນຄອບຄົວ ຫຼັງຈາກນັ້ນກໍເລີ່ມເຮັດຫຼາຍຂຶ້ນ ແລະ ມີການແລກປ່ຽນຊື້ – ຂາຍໃນວົງແຄບ ໂດຍໃຫ້ຜູ້ເປັນເມຍມາເລາະຂາຍຕາມຕົວເມືອງສະໝ້ວຍ ແຕ່ຍ້ອນສີມືອັນປານີດ ແລະ ເປັນເອກະລັກເຮັດໃຫ້ຜະລິດຕະພັນຂອງລາວ ເປັນທີ່ຍອມຮັບໃນວົງກວ້າງ ເຊິ່ງສາມາດສ້າງລາຍຮັບໃຫ້ແກ່ຄອບຄົວຂອງລາວເພີ່ມຂຶ້ນ.

ນອກຈາກນັ້ນ, ທ້າວ ອໍາບຸຍ ໄດ້ມີການຖ່າຍທອດຄວາມຮູ້ ຫຼື ວິທີຖັກຟອຍ ໃຫ້ແກ່ຍາດຕິພີ່ນ້ອງພາຍໃນບ້ານອາວາວ ແລະ ເຂດບ້ານໃກ້ຄຽງ ເຮັດໃຫ້ຫັດຖະກໍາການຖັກຟອຍຂະຫຍາຍຕົວຫຼາຍຂຶ້ນ ແລະ ສາມາດສ້າງລາຍຮັບໃຫ້ແກ່ປະຊາຊົນພາຍໃນບ້ານອາວາວ ແລະ ບ້ານປັນໄຕ ເປັນຢ່າງດີໃນແຕ່ລະປີ.
ມາໃນປີ 2017 ເມືອງສະໝ້ວຍ ໄດ້ຮັບການຊ່ວຍເຫຼືອຈາກໂຄງການສົ່ງເສີມຫວາຍ ແລະ ໄມ້ປ່ອງແບບຍືນຍົງ ( ອີຟຣັດ ) ໄດ້ສະໜອງເບ້ຍຫວາຍ ເພື່ອປູກທົດແທນ. ປີ 2018 ໄດ້ມີການສ້າງຕັ້ງກຸ່ມສົ່ງເສີມທາງດ້ານກະສິກໍາ ໂດຍແມ່ນຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ສົມທົບກັບໂຄງການ ( ອີຟຣັດ ) ສົ່ງເສີມການປູກຫວາຍທົດແທນ ເພື່ອຄວາມຍືນຍົງ.


ມາຮອດຕົ້ນປີ 2022 ທາງຫ້ອງການອຸດສາຫະກໍາ ແລະ ການຄ້າ ແລະ ຫ້ອງການແມ່ຍິງເມືອງ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ແລະ ຂັ້ນແຂວງ ເຄື່ອນໄຫວເກັບກໍາຂໍ້ມູນ ເພື່ອຈະສ້າງຕັ້ງກຸ່ມຫັດຖະກໍາຖັກຟອຍ ເຊິ່ງໄດ້ມີການຈັດກອງປະຊຸມຂັ້ນບ້ານ ເພື່ອຄັດເລືອກໂຄງປະກອບຂອງກຸ່ມຫັດຖະກໍາຖັກຟອຍ, ໄດ້ມີການຝຶກອົບຮົມດ້ານສີມືແຮງງານ ແລະ ໄດ້ກໍ່ສ້າງສູນວາງສະແດງຫັດຖະກໍາຈັກສານຖັກຟອຍຂຶ້ນ 1 ຫຼັງ ຢູ່ບ້ານອາວາວ ໂດຍແມ່ນທຶນສົມທົບຈາກພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສາລະວັນ, ອົງການປົກຄອງຂັ້ນເມືອງ ແລະ ທຶນສົ່ງເສີມວິຊາການ ປະຈໍາປີ 2022.

ຈາກການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນ ແລະ ພາກລັດ ໄດ້ຊຸກຍູ້ໃຫ້ກຸ່ມຫັດຖະກໍາຖັກຟອຍ ສະຫະພັນແມ່ຍິງບ້ານອາວາວ ແລະ ບ້ານປັນໄຕ ໄດ້ຮັບການພັດທະນາທາງດ້ານສີມືແຮງງານ, ດ້ານການຕະຫຼາດ, ດ້ານຄວາມຮູ້, ຄວາມສາມາດ ແລະ ສະຕິປັນຍາ ເພື່ອຊຸກຍູ້ໃຫ້ສິນຄ້າດັ່ງກ່າວໄດ້ຮັບນາມມະຍົດເປັນສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ໃນ 1 ລາຍການ ( ໄມ້ຟອຍ ) ໃນປີ 2023 ນີ້.

ຈາກນັ້ນ, ໃນພິທີກໍໄດ້ມີການມອບໃບອະນຸຍາດນຳໃຊ້ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຈາກກະຊວງອຸດສາຫະກຳ ແລະ ການຄ້າ ໃຫ້ກຸ່ມຫັດຖະກຳຖັກຟອຍ ໂດຍການມອບຂອງ ທ່ານ ຄຳຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ. ພ້ອມທັງໄດ້ມີການຕັດແຖບຜ້າ, ເປີດປ້າຍ, ລັ່ນຄ້ອງເກົ້າບາດ ເພື່ອສະແດງເຖິງຜົນສຳເລັດທີ່ຍາດມາໄດ້.
[ ຮູບ – ຂ່າວ: ທິດລານີ
ໂຄດໂຍທາ ]

LEAVE A REPLY

Please enter your comment!
Please enter your name here