ນັບແຕ່ວັນທີ 1 ມັງກອນ 2023 ຫາ ວັນທີ 15 ທັນວາ 2023 ສາມາດປະຕິບັດລາຍຮັບໄດ້ທັງໝົດ 38.530 ຕື້ກີບ ເທົ່າກັບ 100,21% ຂອງແຜນການປີ.
ຕາມຂ່າວກະຊວງການເງິນ ໃຫ້ຮູ້ວ່າ: ກອງປະຊຸມສະຫຼຸບວຽກງານການເງິນ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ຈັດຂຶ້ນໃນລະຫວ່າງວັນທີ 18 – 19 ທັນວາ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າແຂວງ, ຮອງເຈົ້າແຂວງໃນຂອບເຂດທົ່ວປະເທດ, ຫົວໜ້າກົມອ້ອມຂ້າງກະຊວງ, ຫົວໜ້າຫ້ອງການ, ຫົວໜ້າກົມການເງິນ, ຮອງຫົວໜ້າກົມຂອງບັນດາກະຊວງ, ອົງການ, ຫົວໜ້າພະແນກການເງິນບັນດາແຂວງ, ນະຄອນຫຼວງວຽງຈັນ, ຂະແໜງການສາຍຕັ້ງປະຈຳທ້ອງຖິ່ນ, ພະນັກງານຫຼັກແຫຼ່ງຂອງຂະແໜງການເງິນເຂົ້າຮ່ວມ.
ໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກ່າວວ່າ: ການດໍາເນີນກອງປະຊຸມສະຫຼຸບວຽກງານການເງິນທົ່ວປະເທດ ປະຈຳປີ 2023 ແລະ ທິດທາງແຜນການປີ 2024 ພາຍໃຕ້ຄຳຂວັນ “ ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ, ມີສ່ວນສະສົມໄວ້ຊຳລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງງົບປະມານແຫ່ງລັດເປັນທັນສະໄໝ ” ແລະ ເປັນປີທີ 3 ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ ແລະ ອັນທີ່ພົ້ນເດັ່ນແມ່ນການແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ, ອັດຊ່ອງວ່າງການຮົ່ວໄຫຼງົບປະມານ, ຫັນການຄຸ້ມຄອງລາຍຮັບ – ລາຍຈ່າຍງົບປະມານດ້ວຍເຄື່ອງມືທັນສະໄໝ, ຕັ້ງໜ້າປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸ່ມເຟືອຍເຂົ້າສູ່ລວງເລິກ.

ການປະຕິບັດແຜນງົບປະມານແຫ່ງລັດ ໃນປີ 2023 ນັບແຕ່ວັນທີ 1 ມັງກອນ 2023 ຫາ ວັນທີ 15 ທັນວາ 2023 ສາມາດປະຕິບັດລາຍຮັບໄດ້ທັງໝົດ 38.530 ຕື້ກີບ ເທົ່າກັບ 100,21% ຂອງແຜນການປີ. ໃນນັ້ນ, ລາຍຮັບພາຍໃນປະຕິບັດໄດ້ 37.241 ຕື້ກີບ ເທົ່າກັບ 106,71% ຂອງແຜນການປີ, ສ່ວນການປະຕິບັດລາຍຈ່າຍງົບປະມານໄດ້ທັງໝົດ 33.120 ຕື້ກີບ ເທົ່າກັບ 73,66% ຂອງແຜນການປີ. ໃນນັ້ນ, ລາຍຈ່າຍປົກກະຕິ 24.763 ຕື້ກີບ ເທົ່າກັບ 81,21% ຂອງແຜນການປີ, ອັນໄດ້ເປັນການປະກອບສ່ວນໃນການສູ້ຊົນປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດ ແລະ ແຜນງົບປະມານປະຈຳປີຢ່າງຫ້າວຫັນ ແລະ ມີຜົນສຳເລັດໂດຍພື້ນຖານ, ຮັບປະກັນສະຖຽນລະພາບທາງດ້ານການເມືອງໄວ້ໄດ້ຢ່າງໜັກແໜ້ນ.
ຄຽງຄູ່ກັບຜົນສຳເລັດພື້ນຖານດັ່ງກ່າວ, ຍັງມີຫຼາຍບັນຫາຂໍ້ຄົງຄ້າງທີ່ຕ້ອງສຸມໃສ່ແກ້ໄຂຢ່າງຈິງຈັງ ແລະ ໃຫ້ເປັນລະບົບ ເປັນຕົ້ນ: ການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ແລະ ບັນຫາໜີ້ສິນສາທາລະນະທີ່ສະສົມແກ່ຍາວມາດົນນານ, ການພັດທະນາການເງິນແຫ່ງລັດເປັນທັນສະໄໝ, ການປະຕິຮູບລັດວິສາຫະກິດ, ປະກອບສ່ວນຫຼຸດຜ່ອນຄວາມກົດດັນຕໍ່ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ຄ່າຄອງຊີບຂອງພໍ່ແມ່ປະຊາຊົນ ແລະ ບັນຫາສໍາຄັນທີ່ສຸດແມ່ນພວກເຮົາຕ້ອງມີ ຄວາມໜັກແໜ້ນ, ເດັດຂາດ ແລະ ຕັດສິນໃຈສູງໃນການແກ້ໄຂບັນຫາ, ຈຸດອ່ອນຂໍ້ຄົງຄ້າງ ແລະ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວ ເພື່ອແກ້ໄຂບັນຫາໃຫ້ທັນສະພາບການ.