ເອດີບີ ປັບເພີ່ມຄາດການເສດຖະກິດອາຊີ – ປາຊີຟິກ

0
148

ທະນາຄານພັດທະນາອາຊີ ຫລື ເອດີບີ (ADB) ໄດ້ປັບເພີ່ມຄາດການຂະຫຍາຍຕົວຂອງເສດຖະກິດພາກພື້ນອາຊີ-ປາຊີຟິກ ສູ່ລະດັບ 4,9% ໃນປີນີ້, ຈາກລະດັບ 4,7% ທີ່ເຄີຍຄາດການຄັ້ງຜ່ານມາ.

ບົດລາຍງານທ່າອ່ຽງເສດຖະກິດອາຊີ ປະຈຳເດືອນທັນວາ 2023 (Asian Development Outlook) ລະບຸວ່າ: ເສດຖະກິດພາກພື້ນອາຊີ-ປາຊີຟິກຄາດວ່າ ຈະຂະຫຍາຍຕົວລະດັບ 4,9% ໃນປີນີ້, ຈາກ 4,7% ທີ່ເຄີຍຄາດການໄວ້ເມື່ອເດືອນກັນຍາຜ່ານມາ, ສ່ວນປີ 2024 ຄາດວ່າ ຈະຂະຫຍາຍຕົວ 4,8%.

ທ່ານ Albert Park ຫົວຫນ້າ ນັກເສດຖະສາດປະຈຳ ADB ກ່າວວ່າ: ເສດຖະກິດຂອງບັນດາປະເທດກຳລັງພັດທະນາໃນອາຊີ ຍັງເຕີບໂຕຢ່າງແຂງແກ່ນ ເຖິງວ່າຈະມີສິ່ງທ້າທາຍຫຼາຍປະການກໍຕາມ. “ ອັດຕາເງິນເຟີ້ຂອງພາກພື້ນກໍຄ່ອຍໆກັບຄືນສູ່ລະດັບທີ່ຄວບຄຸມໄດ້, ແຕ່ຢ່າງໃດກໍຕາມ ຄວາມສ່ຽງກໍຍັງມີຢູ່, ນັບຕັ້ງແຕ່ອັດຕາດອກເບ້ຍທີ່ຍັງຢູ່ລະດັບສູງ ທົ່ວໂລກ ຕະຫຼອດຮອດການປ່ຽນແປງສະພາບອາກາດ ເຊິ່ງລັດຖະບານໃນພາກພື້ນອາຊີ-ປາຊີຟິກ ຈຳເປັນຕ້ອງລະມັດລະວັງ ເພື່ອໃຫ້ຫມັ້ນໃຈວ່າ ເສດຖະກິດຂອງຕົນມີ ຄວາມຍືດຍຸ່ນ – ທົນທານ ໄປພ້ອມໆກັບການເຕີບໂຕທີ່ຍືນຍົງ.

ສ່ວນອັດຕາເງິນເຟີ້ຂອງພາກພື້ນອາຊີ-ປາຊີຟິກ ຫຼຸດລົງມາຢູ່ທີ່ 3,5% ຈາກການຄາດການຄັ້ງຜ່ານມາ ຄາດວ່າຢູ່ທີ່ລະດັບ 3,6% ແລະ ໃນປີ 2024 ຄາດວ່າຈະຢູ່ໃນລະດັບ 3,6%.

ໃນຂະນະທີ່ເສດຖະກິດຈີນ ຄາດວ່າ ຈະຂະຫຍາຍຕົວປະມານ 5,2% ຈາກ 4,9% ທີ່ເຄີຍຄາດການໄວ້ຄັ້ງຜ່ານມາ ເນື່ອງຈາກໄດ້ແຮງຍູ້ຈາກການບໍລິໂພກຂອງພາກຄົວເຮືອນ ແລະ ການລົງທຶນຂອງພາກລັດຊ່ວຍກະຕຸ້ນການຂະຫຍາຍຕົວໃນໄຕມາດ 3 ຂອງປີນີ້, ສ່ວນເສດຖະກິດອິນເດຍ ຄາດວ່າ ຈະຂະຫຍາຍຕົວ 6,7% ໂດຍໄດ້ຮັບແຮງຍູ້ຈາກຂະແໜງອຸດສາຫະກຳ.

ສ່ວນເສດຖະກິດຂອງພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຄາດວ່າ ຈະຂະຫຍາຍຕົວ 4,3% ຈາກ 4,6% ທີ່ຄາດການໄວ້ຄັ້ງຜ່ານມາ ທ່າມກາງອຸດສາຫະກຳການສົ່ງອອກກຳລັງອ່ອນແອລົງ ເນື່ອງຈາກ ຄວາມຕ້ອງການຂອງຕະຫຼາດຕ່າງປະເທດທີ່ອ່ອນແອລົງ.

LEAVE A REPLY

Please enter your comment!
Please enter your name here