ກຽມປະກາດ ວັດພະບາດໂພນສັນ ເປັນມໍລະດົກແຫ່ງຊາດ

14 Dec 2023

ຄລິກແຊຣ໌ 0 Facebook WhatsApp

 

ງານບຸນນະມັດສະການພະບາດໂພນສັນ ປະຈໍາປີ 2024 ທີ່ຈະມາເຖິງນີ້ ເປັນອີກໜຶ່ງໃນກິດຈະກໍາລະດັບຊາດຂອງປີທ່ອງທ່ຽວລາວ ເຊິ່ງຈະຈັດຂຶ້ນໃນເດືອນມັງກອນ ໂອກາດດຽວກັນກໍຈະປະກາດວັດພະບາດໂພນສັນເປັນມໍລະດົກແຫ່ງຊາດ ຢ່າງເປັນທາງການ.
ທ່ານ ສົນທອງ ວິບຸນກວ້າງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ງານບຸນນະມັດສະການວັດພະບາດໂພນສັນ ຈະດໍາເນີນ ລະຫວ່າງວັນທີ 22 – 25 ມັງກອນ 2024 ເຊິ່ງມີກິດຈະກໍາຫຼັກໆປະກອບດ້ວຍ:

1. ງານຕະຫຼາດນັດວາງສະແດງ ແລະ ຈໍາໜ່າຍສິນຄ້າຕ່າງໆດັ່ງທີ່ເຄີຍດໍາເນີນມາເປັນປົກກະຕິ;
2. ຈະໄດ້ປະກາດວັດພະບາດໂພນສັນ ເປັນມໍລະດົກແຫ່ງຊາດ ( ຈາກມໍລະດົກລະດັບທ້ອງຖິ່ນເປັນມໍລະດົກລະດັບຊາດ );
3. ຈັດກິດຈະກໍາຕິດພັນກັບປີທ່ອງທ່ຽວລາວ – ທ່ອງທ່ຽວບໍລິຄໍາໄຊ ລະດັບຊາດ ຢູ່ໃນທ້ອງຖິ່ນ. ໃນນັ້ນ, ຈະມີການປະກວດເພງ, ສະແດງສິລະປະພື້ນເມືອງ ແລະ ງານເດີນແບບຊຸດບັນດາເຜົ່າພາຍໃນແຂວງ.


ທ່ານຫົວໜ້າພະແນກ ຍັງໃຫ້ຮູ້ວ່າ: ໃນມື້ເປີດກໍຈະມີການຖ່າຍທອດສົດຜ່ານໂທລະພາບ ແລະ ຈະມີລາຍການສະແດງຈາກກາຍະສິນແຫ່ງຊາດ ເຊິ່ງຕະຫຼອດໄລຍະການຈັດງານ ແຕ່ລະແລງຈະຄຶກຄື້ນດ້ວຍການປະກວດເພງ, ປະກວດຟ້ອນ ແລະ ຫາຊົມຫາຊື້ສິນຄ້າໄດ້ຢ່າງຫຼາກຫຼາຍ.

ປັດຈຸບັນແຂວງບໍລິຄໍາໄຊ ມີແຫຼ່ງທ່ອງທ່ຽວທີ່ໄດ້ຂຶ້ນບັນຊີແລ້ວ 102 ແຫ່ງ ເຊິ່ງໃນປີ 2024 ທີ່ຈະມາເຖິງກໍຈະມີຫຼາຍກິດຈະກໍານໍາສະຫຼອງ ສ້າງຄວາມປະທັບໃຈໃຫ້ກັບແຂກຄົນທີ່ຢ້ຽມຢາມເນື່ອງໃນໂອກາດປີທ່ອງທ່ຽວລາວ. ໃນນັ້ນ, ມີ 1 ກິດຈະກໍາລະດັບຊາດ ພ້ອມດ້ວຍກິດຈະກໍາອື່ນໆທີ່ຕິດພັນກັບວັດທະນະທໍາທ້ອງຖິ່ນທີ່ເຄີຍປະຕິບັດມາ ເຊັ່ນ: ບຸນປີໃໝ່ລາວ ເມືອງບໍລິຄັນ ຈະຈັດຂຶ້ນໃນເດືອນເມສາ 2024 ກິດຈະກໍາໃຫຍ່ທີ່ເມືອງບໍລິຄັນ; ງານບຸນບັ້ງໄຟໃຫຍ່ ບ້ານກ້ວຍອຸດົມ ຈະຈັດຂຶ້ນໃນເດືອນມິຖຸນາ 2024 ຢູ່ເມືອງປາກຊັນ; ບຸນອອກພັນສາປະວໍລະນາ ( ປາກົດການບັ້ງໄຟພະຍານາກ ) ວັດໂພນສັນ ຈະຈັດຂຶ້ນໃນເດືອນຕຸລາ ທີ່ເມືອງທ່າພະບາດ; ບຸນວັດທາດພູວຽງ ຈະຈັດຂຶ້ນໃນເດືອນທັນວາ ທີ່ເມືອງວຽງທອງ ແລະ ອື່ນໆ.

ເວົ້າໄດ້ວ່າ ໃນປີ 2024 ທີ່ຈະມາເຖິງນີ້ ແຂວງບໍລິຄໍາໄຊ ເປັນອີກແຂວງໜຶ່ງທີ່ມີຫຼາກຫຼາຍກິດຈະກໍາໃຫ້ຊື່ນຊົມ, ສາມາດໄປສໍາຜັດທິວທັດສະນີຍະພາບຢູ່ຕາມເມືອງຕ່າງໆ ຄຽງຄູ່ກັບການໄດ້ໃກ້ຊິດສໍາຜັດວິຖີຊີວິດປະຊາຊົນບັນດາເຜົ່າໃນພື້ນທີ່ດ້ວຍການຮ່ວມກິດຈະກໍາທາງປະເພນີຢ່າງເພີດເພີນຈະເລີນໃຈ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ