8 ເດືອນ ການສົ່ງອອກຢາງຂອງມຽນມາ ມູນຄ່າຫຼາຍກວ່າ 123 ລ້ານໂດລາ

14 Dec 2023

ຄລິກແຊຣ໌ 0 Facebook WhatsApp

ຂໍ້ມູນຈາກກະຊວງການຄ້າ ຂອງມຽນມາ ໄດ້ໃຫ້ຮູ້ວ່າ ປະເທດມຽນມາ ສົ່ງອອກຢາງ ເຖິງ 99.660 ໂຕນ ໄປຍຕ່າງປະເທດ (ຂໍ້ມີຫຼ້າສຸດ 1/12/2023) ເຊິ່ງເລີ່ມນັບແຕ່ 1 ເມສາ ເປັນຕົ້ນມາ ດ້ວຍມູນຄ່າລວມຫຼາຍກວ່າ 123,69 ລ້ານໂດລາ.

ສະມາຄົມຢາງມຽນມາ ຕັ້ງເປົ້າສົ່ງອອກຢາງປະມານ 300.000 ໂຕນໃນປີງົບປະມານນີ້. ຂະນະທີ່ 70% ການຜະລິດຢາງຂອງມຽນມາ ແມ່ນໄດ້ສົ່ງອອກໄປຍັງປະເທດຈີນ; ນອກນີ້ຈັດສົ່ງໄປສິງກະໂປ, ອິນໂດເນເຊຍ, ມາເລເຊຍ, ຫວຽດນາມ, ສ ເກົາຫຼີ, ອິນເດຍ, ຍີ່ປຸ່ນ ແລະ ປະເທດອື່ນໆ.

ການຜະລິດຢາງໃນປີງົບປະມານຜ່ານມາ, ມຽນມາຜະລິດໄດ້ເກີນ 360.000 ໂຕນ ແລະ ມີການສົ່ງອອກຢາງຫຼາຍກວ່າ 200.000 ໂຕນ ໄປຍັງຄູ່ຄ້າຕ່າງປະເທດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ