ເພື່ອໃຫ້ປະຊາຊົນລາວ ໂດຍສະເພາະຄົນລຸ້ນຫຼັງໄດ້ສຶກສາປະຫວັດສາດການຕໍ່ສູ້ກູ້ຊາດ ທາດແທ້, ມູນເຊື້ອທີ່ກ້າແກ່ນສະຫງ່າງາມ ແລະ ຜົນງານ, ໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ນັບແຕ່ມື້ກຳເນີດຈົນເຖິງປັດຈຸບັນ ກອງທັບໄດ້ລົງທືນສ້າງພິພິຕະພັນຂອງຕົນເອງຂຶ້ນມາ ເພື່ອໃຫ້ອະນຸຊົນຄົນຮຸ່ນຫຼັງໄດ້ສຶກສາຮຽນຮູ້ ແລະ ສືບທອດພາລະກໍາອັນເລີດລ້ຳສືບຕໍ່ໄປ.
ພິທີເປີດນໍາໃຊ້ຫໍພິພິທະພັນປະຫວັດສາດກອງທັບ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ 2023 ນີ້, ໂດຍການ ເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ຟານ ມິງ ຈ້ຽນ ອຸປະທູດ ສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈໍາລາວ, ມີບັນດາການນໍາກະຊວງປ້ອງກັນປະເທດ, ນາຍທະຫານ, ນາຍຕໍາຫຼວດ, ສະຫະພັນນັກຮົບເກົ່າແຫ່ງຊາດ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ກໍາມະການຄະນະພັກກົມໃຫຍ່ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ, ໄດ້ລາຍງານກ່ຽວກັບສະພາບການປັບປຸງກໍ່ສ້າງຫໍພິພິທະພັນປະຫັວດສາດ ກອງທັບປະຊາຊົນລາວ ໄລຍະຜ່ານມາເຖິງປັດຈຸບັນໂດຍຫຍໍ້ ໃນຕົ້ນປີ 2023 ໂຄງການໄລຍະທີ 3 ໄດ້ລົງມືກໍ່ສ້າງ ແລະ ປັບປຸງ ລວມມູນຄ່າທັງ 3 ໄລຍະ 108 ຕື້ກວ່າດົງ. ມາຮອດມື້ນີ້, ການກໍ່ສ້າງປັບປຸງຫໍພິພິທະພັນປະຫັວດສາດກອງທັບປະຊາຊົນລາວ ໄດ້ສໍາເລັດຕາມແຜນການ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວເປີດນໍາໃຊ້ຫໍພິພິທະພັນຢ່າງເປັນທາງການວ່າ: ການກໍ່ສ້າງຫໍພິພິທະພັນປະຫວັດສາດກອງທັບຄັ້ງນີ້ ແນໃສ່ປັບປຸງຄືນລະບົບໂຄງຮ່າງວາງສະແດງ ແລະ ເນື້ອໃນດ້ານຕ່າງໆ ສ້າງໃຫ້ເປັນສູນລວມປະຫວັດສາດ, ທ້ອນໂຮມວັດຖຸກໍາ, ຄຸ້ມຄອງ-ປົກປັກຮັກສາ ແລະ ຈັດວາງສະແດງປະຫວັດມູນເຊື້ອ, ຜົນງານໄຊຊະນະຂອງກອງທັບປະຊາຊົນລາວ ພາຍໃຕ້ການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ ໃຫ້ມວນຊົນທຸກຊັ້ນຄົນ ທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າມາຄົ້ນຄວ້າ, ສຶກສາຮໍ່າຮຽນ ແລະ ຢ້ຽມຊົມ ດ້ວຍຄວາມປະທັບໃຈ ຄືບັນຍາກາດໄດ້ຮ່ວມເຄື່ອນໄຫວຊີວິດຕົວຈິງຢູ່ໃນເຫດການປະຫວັດສາດຕ່າງໆ.
ຕະຫຼອດໄລຍະຜ່ານມາ, ກຳລັງປະກອບອາວຸດປະຊາຊົນລາວ ໄດ້ເຝິກຝົນຫຼໍ່ຫຼອມໃນແປວໄຟ ແຫ່ງການຕໍ່ສູ້ປະຕິວັດຍືດເຍື້ອຍາວນານ, ສ້າງຜົນງານໃນການສູ້ຮົບອັນໃຫຍ່ຫຼວງ ຮ່ວມກັບປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ໃນການຕໍ່ສູ້ຕີເອົາຊະນະພວກລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມຣິກາ ຜູ້ຮຸກຮານ ແລະ ອິດທິກຳລັງປະຕິການອື່ນໆ ປົດປ່ອຍປະເທດຊາດຢ່າງສົມບູນ ຍາດເອົາເອກະລາດ ມາໃຫ້ປະເທດຊາດພວກເຮົາ.
ໃນປັດຈຸບັນນີ້ ກອງທັບປະຊາຊົນລາວ ໄດ້ເປັນກໍາລັງຫຼັກແຫຼ່ງ ເຮັດໜ້າທີ່ປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ, ຮັບປະກັນສະຖຽນລະພາບທາງການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ ປອດໄພທາງສັງຄົມ, ປົກປັກຮັກສາລະບອບປະຊາທິປະໄຕປະຊາຊົນ, ປະຊາຊົນບັນດາເຜົ່າ ແລະ ວັດທະນະທຳອັນດີງາມຂອງຊາດ, ກອງທັບປະຊາຊົນລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ ທັງດ້ານກຳລັງ ແລະ ການປະກອບຢູ່ໃນທົ່ວກໍາລັງຫຼວງ-ກໍາລັງທ້ອງຖິ່ນ ແລະ ບັນດາເຫຼົ່າຮົບ ກໍໄດ້ຮັບການສ້າງຕັ້ງຂຶ້ນເປັນແຕ່ລະໄລຍະ ດ້ວຍເຫດນັ້ນ, ທາດແທ້, ມູນເຊື້ອທີ່ກ້າແກ່ນສະຫງ່າງາມ ແລະ ຜົນງານ, ໄຊຊະນະອັນໃຫຍ່ຫຼວງ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ນັບແຕ່ມື້ກຳເນີດຈົນເຖິງປັດຈຸບັນ ຖືກບັນທຶກໄວ້ໃນ ຫໍພິພິທະພັນປະຫັວດສາດກອງທັບ ແຫ່ງນີ້ເພື່ອໃຫ້ອະນຸຊົນຄົນຮຸ່ນຫຼັງໄດ້ສຶກສາຮຽນຮູ້ ແລະ ສືບທອດພາລະກໍາອັນເລີດລ້ຳສືບຕໍ່ໄປ.