ດ່ານຂົວມິດຕະພາບ ຕມ ລາວ-ໄທແຫ່ງທີ2 ບໍພົບສານເສບຕິດອື່ນໆນອກຈາກກະທ່ອມ

14 Dec 2023

ຄລິກແຊຣ໌ 0 Facebook WhatsApp

ທຸກດ່ານສາກົນແມ່ນຈະມີເຈົ້າໜ້າທີ່ຕຳຫຼວດປະຈຳການຢູ່ ເພື່ອກວດກາຄວາມເປັນລະບຽບຮຽບຮ້ອຍຂອງພໍ່ແມ່ປະຊາຊົນທີ່ຜ່ານໄປມາໃຫ້ມີຄວາມປອດໄພ ທັງຮັບປະກັນບໍ່ໃຫ້ມີສິ່ງຜິດກົດໝາຍເລັດລອດເຂົ້າ-ອອກຂ້າມແດນ ສຳລັບດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ສະຫວັນນະເຂດ-ມຸກດາຫານ ເປັນອີກພາກສ່ວນໜຶ່ງ ທີ່ໄດ້ມີການສຸມໃສ່ຈັດຕັ້ງຜັນຂະຫຍາຍວ່າລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ ປີ 2021-2023 ສາມາດສ້າງຜົນງານໄດ້ຫຼາຍດ້ານ.

May be an image of 6 people, accordion, hat, train and text

ພັທ ແພງພະໄທ ສອນສໍາເລັດ ຫົວໜ້າຕໍາຫຼວດກວດຄົນເຂົ້າ-ອອກເມືອງ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2 ໄດ້ໃຫ້ສໍາພາດຕໍ່ນັກຂ່າວກົມສື່ມວນຊົນ ປກສ ວ່າ: ໃນໄລຍະຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2023 ສາມາດກວດກາ ແລະ ເກັບກໍາສະພາບການທີ່ເກີດຂື້ນພາຍໃນດ່ານໄດ້ເປັນຢ່າງດີ, ໃນນີ້ ໄດ້ກວດຄົນເຂົ້າເມືອງທັງໝົດ 712.870 ເທື່ອຄົນ ຍິງ 225.778 ເທື່ອຄົນ, ມີ 93 ສັນຊາດ, ກວດຄົນອອກເມືອງທັງໝົດ 707.472 ເທື່ອຄົນ, ຍິງ 237.514 ເທື່ອຄົນ, ມີ 89 ສັນຊາດ, ສາມາດກວດພົບການລັກລອບນໍາເຂົ້າໃບກະທ້ອມ 3 ຄັ້ງ, ຢຶດໃບກະທ້ອມໄດ້ 110,6 ກິໂລກຼາມ, ກວດພົບການນໍາເຂົ້າຢາດີໄອຊະນິດນໍ້າເຊື່ອມທີ່ບໍ່ໄດ້ຮັບອະນຸຍາດ ຈໍານວນ 100 ແກັດ, ມີທັງໝົດ 300 ລິດ ສານເຫຼົ່ານີ້ຖ້ານໍາໄປເປັນສ່ວນປະສົມກັບນໍ້າໃບກະທ້ອມກໍ່ໃຫ້ເກີດເປັນສິ່ງມືນເມົາຄືກັບຢາເສບຕິດ, ນອກນີ້ ຍັງກວດພົບສີນຄ້າຫວງຫ້າມທີ່ບໍ່ໄດ້ຮັບອະນຸຍາດໃນການນໍາເຂົ້່າ, ສັດປ່າຫວງຫ້າມ ແລະ ສິນຄ້າທີ່ຜິດກົດໝາຍ ອີກຈໍານວນໜຶ່ງ.

May be an image of 1 person and text

ນອກນັ້ນ, ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ ປະຈໍາດ່ານ ໄດ້ເອົາໃຈໃສ່ປະຕິບັດບັນດາໜ້າວຽກຈຸດສຸມດ້ານຕ່າງໆ ຢ່າງຕັ້ງໜ້າ, ເປັນຕົ້ນແມ່ນໄດ້ສຸມໃສ່ຜັນຂະຫຍາຍເຜີຍແຜ່ເຊື່ອມຊຶມ ບັນດາເນື້ອໃນເອກະສານກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ນາຍ ແລະ ພົນຕໍາຫຼວດ ທີ່ປະຕິບັດໜ້າທີ່ວິຊາສະເພາະກວດຄົນເຂົ້າ-ອອກເມືອງ ໃຫ້ຮັບຮູ້ແລະເຂົ້າໃຈຢ່າງເລິກເຊີ່ງ.

May be an image of 7 people and text

ພ້ອມນີ້ຄະນະບັນຊາດ່ານ ກໍໄດ້ເອົາໃຈໃສ່ຊີ້ນໍາການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ໂດຍສະເພາະແມ່ນການຂື້ນບັນຊີເປົ້າໝາຍຄ້າຂາຍຢາເສບຕິດທີ່ມີການເຄື່ອນໄຫວເຂົ້າ-ອອກ ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 2, ທັງມີການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ລາຍງານໃຫ້ຄະນະຮັບຜິດຊອບຢ່າງເປັນປົກກະຕິ, ເອົາໃຈໃສ່ຊີ້ນໍາການກວດກາບຸກຄົນ, ພາຫະນະເຂົ້າ-ອອກ ຢ່າງເຂັ້ມງວດ, ກວດກາບັນດາເຄື່ອງຂອງທີ່ຕ້ອງສົງໄສ ພົວພັນກັບຢາເສບຕິດທຸກປະເພດ ແລະ ວິທີການຊຸກເຊື່ອງ ເພື່ອຫຼົບຫຼີກການກວດກາຂອງເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ-ອອກເມືອງ.

ພາບ-ຂ່າວ: ຄວາມສະຫງົບ

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ